ຟັງນຳກັນ! ນີ້ບໍເພີ່ນວ່າຄົນລວຍບໍ່ໄດ້ເຂົ້າຄຸກ ຄົນທຸກບໍ່ໄດ້ເຂົ້າໂຮງໝໍ

ໃຫ້ໂອກາດຄັ້ງທີ2 ຮ້ານແລກປ່ຽນເງິນຕາບໍ່ຖືກຕ້ອງໃນວັນທີ 27 ມິຖຸນາ 2022 ເຈົ້າໜ້າທີ່ກົມຕຳຫຼວດ ເສດຖະກິດ ກົມໃຫຍ່ຕຳຫລວດກະຊວງ ປກສ ໄດ້ ຮຽກຕົວທ້າວ ເດຊາ ອາຍຸ 29 ປີ,

ນັກທຸລະກິດ ບ້ານ ສີສັງວອນ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ມາສືບສວນ-ສອບສວນ ຄັ້ງທີ 2 ຍ້ອນຜູ້ກ່ຽວໄດ້ ເຄື່ອນໄຫວຊ້ຳໂຄສະນາແລກປ່ຽນເງິນຕາ

(ຄຮິບ)

ບໍ່ຖືກຕ້ອງ ຜ່ານສື່ສັງຄົມອອນລາຍ

ເຈົ້າຫນ້າທີ່ໃຫ້ຂໍ້ມູນວ່າ: ໃນຄັ້ງທຳອິດເຈົ້າໜ້າທີ່ກົມ

ຕຳຫຼວດເສດຖະກິດໄດ້ຮຽກ ທ້າວ ເດຊາ ມາເຮັດບົດບັນທຶກ

ສຶກສາອົບຮົມກ່າວເຕືອນບໍ່ໃຫ້ຜູ້ກ່ຽວເຄື່ອນໄຫແລກປ່ຽນເງິນຕາບໍ່ຖືກຕ້ອງຕາມລະບຽບກົດໝາຍອີກ, ຕໍ່ມາວັນທີ 13 ມິຖຸນາ 2022 ເຈົ້າໜ້າທີ່ໄດ້ກວດພົບເຫັນຜູ້ກ່ຽວ,ໄດ້ສືບຕໍ່ມີການເຄື່ອນໄຫວ

ໂຄສະນາແລກປ່ຽນເງິນຕາຕ່າງປະເທດຜ່ານສື່ສັງຄົມ

ອອນລາຍອີກເປັນຄັ້ງທີ 2 ເຫັນວ່າການກະທໍາຂອງຜູ້ກ່ຽວ

ແມ່ນເປັນການກະທຳຜິດຊ້ຳ,ບໍ່ເຂັດຫຼາບ ສະນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ສືບສວນ-ສອບສວນຕໍ່ຜູ້ກ່ຽວໃນຂໍ້ກ່າວຫາ ການລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດຕາມ

ມາດຕາ 285 ແລະ ການດຳເນີນທຸລະກິດບໍ່ຖືກຕ້ອງຕາມກົດ

ໝາຍຕາມມາດຕາ 297 ຂອງປະມວນກົດໝາຍອາຍາ ປີ 2017

ໃນການນຳຮຽກຕົວມາໃນຄັ້ງນີ້,ຜູ້ກ່ຽວຍອມຮັບຜິດວ່າບໍ່ມີໃບ

ຖະບຽນວິສະຫະກິດ ແລະ ໃບອະນຸຍາດ ດຳເນີນທຸລະກິດແລກ

ປ່ຽນເງີນຕາ ແລະ ບໍ່ໄດ້ມອບພັນທະອາກອນໃຫ້ລັດ,

ສະນັ້ນເຈົ້າໜ້າທີ່ສຶກສາອົບຮົມກ່າວເຕືອນທັງໃຫ້ດຳເນີນທຸລະກິດຖືກຕ້ອງຕາມລະບຽບກົດຫມາຍ ແລະ ເຮັດບົດບັນທຶກແລ້ວປ່ອຍຕົວຜູ້ກ່ຽວລວມຍອດການເຮັດທຸລະກຳເຄື່ອນໄຫວບັນຊີຂອງທ້າວ ເດຊາ ນັບແຕ່ວັນທີ 1 ເມສາ 2022 ຫາ ວັນທີ 27 ພຶດສະພາ 2022, ຕາມການເຄື່ອນໄຫວບັນຊີ ສຳຮອງມີລາຍລະອຽດດັ່ງລຸ່ມນີ້:

ເງິນໂດລາໂອນເຂົ້າຈຳນວນ: 334.661 ໂດລາ( ຈໍານວນ 102 ຄັ້ງ ).ເງິນໂດລາ ໂອນອອກຈຳນວນ: 226.332 ໂດລາ( ຈຳນວນ 63 ຄັ້ງ )

ເງິນບາດ ໂອນເຂົ້າຈຳນວນ: 12.599.136 ບາດ ( ຈໍານວນ 223 ຄັ້ງ )ເງິນບາດ ໂອນອອກຈຳນວນ11.885.610 ບາດ ( ຈຳນວນ 93 ຄັ້ງ)

ເງິນກີບໂອນເຂົ້າຈຳນວນ: 14.452.782.000ກີບ(ຈຳນວນ1.117ຄັ້ງ)ເງິນກີບໂອນອອກຈຳນວນ: 14.665.630.196 ກີບ ( ຈຳນວນ 1.631 ຄັ້ງ )

ປັດຈຸບັນ,ເຈົ້າໜ້າທີ່ຕຳຫຼວດກຳລັງສືບສວນ-ສອບ ສວນຂະຫຍາຍຜົນຫາບຸກຄົນທີ່ມີສ່ວນຮ່ວມພົວພັນໃນການແລກປ່ຽນເງິນຕາຕ່າງປະເທດບໍ່ຖືກ ຕ້ອງເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

ຂໍ້ມູນຂ່າວ ປກສ

Leave a Reply

Your email address will not be published. Required fields are marked *

Back to top button