ຂ່າວດ່ວນ!.. ເມືອງປາກລາຍ ແຈ້ງການເກັບເງິນ ພະນັກງານລັດຖະກອນ ຈັດບຸນຜີຕາໂຂນ 2023

#ຂ່າວດ່ວນ ເມືອງປາກລາຍ ແຈ້ງການເກັບເງິນ ພະນັກງານລັດຖະກອນ ຈັດບຸນຜີຕາໂຂນ 2023

ເຈົ້າເມືອງ ປາກລາຍ ຂໍຖືເປັນກຽດແຈ້ງມາຍັງບັນດທານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວຫນ້າຫ້ອງການ, ອົງການ ແລະ ກົມກອງ ພາຍໃນເມືອງ ຊາບວ່າ:

ເພື່ອເປັນການປະກອບສ່ວນຊຸກຍູ້ ການຈັດ ງານເທດສະການບຸນຜີໂຂນ ປະຈໍາປີ 2023 ເຊິ່ງປີນີ້ໄດ້ຈັດໃຫຍ່ ແລະ ມີຫຼາຍກິດຈະກໍາທີ່ຈະໄດ້ມອບເປັນລາງວັນ

ແລະ ໄດ້ກໍານົດອັດຕາການປະກອບສ່ວນ ມີລາຍລະອຽດລຸ່ມນີ້:

1. ການນໍາຂອງເມືອງ, ຂະແຫນງການ, ພະນັກງານຂັ້ນເມືອງ ໃຫ້ປະກອບສ່ວນ:

ຄະນະປະຈໍາພັກເມືອງ 150.000 Яu

ຫົວຫນ້າຫ້ອງການຂັ້ນເມືອງ ຫຼື ຕໍາແຫນ່ງທຽບເທົ່າ 100.000 nu

ຮອງຫົວຫນ້າຫ້ອງການຂັ້ນເມືອງ ຫຼື ຕໍາແຫນ່ງທຽບເທົ່າ 80.000 fu

ຫົວຫນ້າຫນ່ວຍງານ ຫຼື ຕໍາແຫນ່ງທຽບເທົ່າ 60.000 ກີບ

ຮອງຫົວຫນ້າຫນ່ວຍງານຂັ້ນເມືອງ ຫຼື ຕໍາແຫນ່ງທຽບເທົ່າ 40.000 ກີບ

ພະນັກງານ-ລັດຖະກອນ 30.000 ກີບ

2. ກໍາລັງປະກອບອາວຸດ, ທະຫານ, ຕໍາຫຼວດ:

ຊັ້ນພັນໂທ 100.000 ກີບ

ຊັ້ນພັນຕີ 80.000 ກີບ

ຊັ້ນຮ້ອຍເອກ 60.000 ກີບ

ຊັ້ນຮ້ອຍຕີລົງມາ 30.000 ກີບ

ພາຍຫຼັງສັງລວມໄດ້ເງິນແລ້ວແມ່ນມອບໃຫ້ຄະນະຮັບຜິດຊອບອານຸກໍາມະການເສດຖະກິດ ການຈັດ ງານເທດສະການບຸນຜີໂຂນປະຈໍາປີ 2023 (ຄຸ້ມຄອງການເງີນຫ້ອງວ່າການເມືອງ).

ດັ່ງນັ້ນ, ຈຶ່ງແຈ້ງການມາຍັງບັນດາທ່ານເພື່ອຊາບ ເມື່ອໄດ້ຮັບແຈ້ງການນີ້ແລ້ວ ໃຫ້ດໍາເນີນການຈັດຕັ້ງ ເຊື່ອມຊຶມ ໃຫ້ທຸກຄົນທີ່ຢູ່ໃນການຄຸ້ມຄອງຂອງທ່ານຢ່າງທົ່ວເຖິງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນ ເປັນຢ່າງດີ.

ໃນລະຫວ່າງການຈັດຕັ້ງປະບັດຫາກມີບັນຫາຫຍຸ້ງຍາກ ໃຫ້ຂໍຄວາມເຫັນ ແລະ ລາຍງານໃຫ້ຂັ້ນ ເທິງຮັບຊາບ ເພື່ອມີທິດຊີ້ນໍາໃນການຈັດຕັ້ງປະຕິບັດ.

,

Leave a Reply

Your email address will not be published. Required fields are marked *

Back to top button