ເຫັນບໍ່! ຖືກສັ່ງປິດ 3 ປ້ຳນ້ຳມັນ ຍ້ອນບໍ່ຟັງຄວາມເຈົ້າຫນ້າທີ່ກ່ຽວຂ້ອງ

ຫລວງນໍ້າທາ ສັ່ງ 3 ປໍ້າແບບບໍ່ມີກຳນົດ . ແລະ ບໍ່ໃຫ້ເຈົ້າຂອງປ້ຳບໍລິການອີກຖ້າບໍ່ມີການອະນຸມັດກ່ອນ. ປໍ້ານໍ້າມັນສະຕາອອຍ ທົ່ງດີ, ຂົວຫົວ ແລະ ດອກຄູນ ເຫດຜົນຍ້ອນຂາຍເກີນລາຄາລັດກຳນົດ. ເຊີ່ງມີລາຍະອຽດດັ່ງນີ້:

 ແຈ້ງການສັ່ງໂຈະ ເຖິງ: ທ່ານ ອັກຕະເດດ ສຸດທິບູນໂນລາດ, ເຈົ້າຂອງບ້ານ້ໍາມັນເຊື້ອໄຟ ສະຕາອອຍ.

ເລື້ອງ: ໃຫ້ໂຈະການເຄື່ອນໄຫວດໍາເນີນທຸລະກິດປ້ຳຂາຍຍ່ອຍນໍ້າມັນເຊື້ອໄຟ

– ອິງຕາມ: ກົດຫມາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ສະບັບເລກທີ່ 02/ສພຊ, ລົງວັນທີ 30 ມິຖຸນາ 2010;

– ອິງຕາມ: ດໍາລັດວ່າດ້ວຍການຄຸ້ມຄອງທຸລະກິດນ້ໍາມັນເຊື້ອໄຟ ເລກທີ່ 331/ນຍ, ວັນທີ 27 ຕຸລາ 2012;

• ອຶງຕາມ: ດໍາລັດວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະດ່າບໍລິການ ເລກທີ່ 474/ນຍ,ວັນທີ 18/11/2021;

• ອິງຕາມ: ດໍາລັດສະບັບເລກທີ 508/ລບ, ລົງວັນທີ 4/12/2012 ວ່າດ້ວຍການກວດກາການຄ້າ;

ພະແນກອຸດສາຫະກໍາ ແລະການຄ້າແຂວງຫລວງນ້ຳທາ ໃນນາມຕາງຫນ້າຄະນະກໍາມະການຄຸ້ມຄອງລາຄາສິນຄ້າ ແລະຄ່າບໍລິການຂັ້ນແຂວງ ຂໍແຈ້ງມາຍັງ ທ່ານ ອັກຄະເດດ ສຸດທິບຸນໂນລາດ ເຈົ້າຂອງປໍ້ານໍ້າມັນ ຈໍານວນ 03 ນໍ້າ ຊຶ່ງມີລາຍ ລະອຽດດັ່ງນີ້:

1, ປໍ້ານໍ້າມັນ ສະຕາອອບ ຫົວຂົວ ເມືອງ ຫລວງນໍ້າທາ ເລກທະບຽນ 895/ຈທວ ລົງວັນທີ 13/1/2009

2 ປໍ້ານໍ້າມັນ ສະຕາອອບ ທົ່ງດີ ເມືອງ ຫລວງນ້ໍາທາ ທະບຽນ ເລກທີ186/ຈທວ ລົງວັນທີ 15/5/2012

3 ນໍ້ານໍ້າມັນ ສະຕາອອຍ ດອນຕູນ ເມືອງ ຫລວງນ້ໍາທາ ທະບຽນ ເລກທີ 898/ຈທວ ລົງວັນທີ 13/1/2009

ເຫດຜົນຂອງການໂຈະແມ່ນຍ້ອນ ທ່ານ ຣັກລະເດດ ສຸດທິບຸນໂນລາດ ເຈົ້າຂອງປໍ້ານໍ້າມັນ ຈໍານວນ 03 ນໍ້າ ດັ່ງກ່າວ ໄດ້ຂາຍນ້ໍາມັນເຊື້ອໄຟເກີນລາຄາທີ່ອົງການຄຸ້ມຄອງລາຄາກໍານົດໃນແຕ່ລະໄລຍະ, ເຈົ້າຫນ້າທີ່ໄດ້ລົງແນະນໍາຕັກ ເດືອນຫຼາຍຄັ້ງ ແລະ

ບໍ່ໃຫ້ການຮ່ວມມື ລວມທັງການສ້າງບົດບັນທຶກການແນະນໍາຕັກເຕືອນເພື່ອໄວ້ເປັນຫຼັກຖານ ທ່ານ ອັກ ຄະເຕດ ສຸດທິບຸນໂນລາດ ເຈົ້າຂອງນ້ໍານ້ໍາມັນ ຈໍານວນ 03 ນໍ້າ ດັ່ງກ່າວ ກໍ່ບໍ່ຍອມເຊັນບົດບັນທຶກຕາມການແນະນໍາ,

ທ່ານ ຍັງສືບຕໍ່ຂາຍລາຄາເກີນກໍານົດມາໂດຍຕະຫຼອດ ບໍ່ຍອມປະຕິບັດຕາມລະບຽບການໂດຍສະເພາະໃນສະພາບບ້ານເມືອງກໍາລັງ ພົບຄວາມຫຍຸ້ງຍາກ ເປັນການສວຍໂອກາດໃຫ້ຕົນເອງ ປັ່ນປວນເຮັດໃຫ້ຜູ້ຊົມໃຊ້ໃນສັງຄົມມີຄວາມເດືອດຮ້ອນ ແລະ ເສຍ ຜົນປະໂຫຍດ ແລະ ສ້າງບັນຫາຕໍ່ການຄຸ້ມຄອງຂອງລັດ ເຊິ່ງຜິດຕໍ່ ລະບຽບກົດຫມາຍດັ່ງນີ້:

1. ກົດຫມາຍປົກປ້ອງຜູ້ຊົມໃຊ້ ມາດຕາ 34 ສິດຂອງຜູ້ສະຫນອງ ຂໍ້ທີ 1 ດໍາເນີນທຸລະກິດ ການຜະລິດ ການຈໍາຫນ່າຍ ແລະ ການບໍລິການ ຕາມລະບຽບກົດຫມາຍ( ແຕ່ຜູ້ກ່ຽວພັດບໍ່ປະຕິບັດຕາມ);

2. ດໍາລັດເລກທີ່ 331/ນຍ ໃນມາດຕາ 41 ພັນທະຂອງນ້ໍານ້ໍາມັນເຊື້ອໄຟຂໍ້5 ຂາຍນ້ໍາມັນເຊື້ອໄຟຕາມລາຄາອົງການຄຸ້ມຄອງທຸລະກິດນ້ໍາມັນເຊື້ອໄຟກໍານົດແຕ່ລະໄລຍະ(ແຕ່ຜູ້ກ່ຽວພັດຂາຍເກີນກໍານົດ) ແລະ ຂໍ້8 ໃຫ້ຄວາມຮ່ວມມືກັບເຈົ້າຫນ້າທີ່ອງລັດ,

ບໍລິສັດຈໍາຫນ່າຍພາຍໃນ ກ່ຽວກັບການສະຫນອງຂໍ້ມູນ ແລະ ການກວດກາການດ້ານທຸລະກິດນໍ້ານ້ໍາມັນເຊື້ອໄຟຂອງຕົນ( ແຕ່ຜູ້ກ່ຽວພັດບໍ່ໃຫ້ການຮ່ວມມືບໍ່ສະຫນອງຂໍ້ມູນການຊື້ຂາຍນ້ຳມັນ, ບໍ່ຍອມປະຕິບັດຕາມມາດຕະການຕ່າງໆຕາມລະບຽບການ ເຮັດຕາມລໍາຟັງໃຈ ແລະບໍ່ສົນໃຈກັບການແນະນໍາຂອງເຈົ້າຫນ້າທີ່).

3. ດໍາລັດເລກທີ່ 474/ນບ ໃນມາດຕາ 9 ພັນທະຍອາດໍາເນີນທຸລະກິດ 2 ປະຕິບັດມາດຕະການຕາມ ການຄຸ້ມຄອງລາດາ ທີ່ກໍານົດໄວ້ໃນດໍາລັດສະບັບນີ້ ແລະ ອົງການຄຸ້ມດອງລາຄານໍາໃຊ້ໃນແຕ່ລະໄລຍະ(ແຕ່. ຜູ້ກ່ຽວແມ່ນບໍ່ຍອມປະຕິບັດຕາມມາດຕະການທີ່ອົງການຄຸ້ມຄອງລາດານໍາໃຊ້ໃນແຕ່ລະໄລຍະ).

– ດ້ວຍເຫດຜົນຂ້າງເທິງພະແນກອຸດສາຫະກໍາ ແລະ ການຄ້າ ໃນນາມຕາງຫນ້າຄະນະກໍາມະການ ຄຸ້ມຄອງລາຄາ ສຶນຄ້າ ແລະ ຄ່າບໍລິການ ເຫັນວ່າຜູ້ກ່ຽວແມ່ນເປັນການເຈຕະນາຜ່າຜືນຕໍ່ລະບຽບການ, ກົດ ຫມາຍ ແລະ ການຄຸ້ມຄອງຂອງລັດ

ຈຶ່ງອອກແຈ້ງການສະບັບນີ້ສັ່ງໂຈະ ຫຼື ຢຸດເຊົາ ນັບແຕ່ມືອອກແຈ້ງການ ສະບັບນີ້ເປັນຕົ້ນໄປ, ຖ້າຜູ້ກ່ຽວຫາກຍອມປະຕິບັດຕາມລະບຽບກົດຫມາຍແມ່ນໃຫ້ມາສະເຫນີຕໍ່ພະແນກອຸດ. ສາຫະກໍາ ແລະ ການຄ້າ ເພື່ອພິຈາລະນາ,

ກົງກັນຂ້າມຜູ້ກ່ຽວຫາກບໍ່ປະຕິບັດຕາມແຈ້ງສະບັບນີ້ ແລະ ມີການລະ ເມັດຜ່ານ ແມ່ນຈະໄດ້ນໍາໃຊ້ມາດຕາການຖອນທະບຽນວິສາຫະກິດ ແລະ

ສະເຫນີໃຫ້ທຸກພາກກ່ຽວຂ້ອງ ຖອນເອກະສານທັງຫມົດ ແລະ ໃຊ້ມາດຕະການດໍາເນີນຕາມຂັ້ນຕອນຂອງຂະບວນຍຸຕິທໍາຕາມກົດຫມາຍ.

ດັ່ງນັ້ນ, ຈຶ່ງແຈ້ງອອກການສະບັບນີ້ມາຍັງທ່ານເພື່ອຊາບ ແລະປະຕິບັດຢ່າງເຂັ້ມງວດ,

,,

Leave a Reply

Your email address will not be published. Required fields are marked *

Back to top button