ເຈົ້າໜ້າທີ່ ລົງກວດກາປ້ຳນ້ຳມັນທີ່ປິດໃຫ້ບໍລິການ ແຕ່ນ້ຳມັນຍັງຫລາຍເຫລືອລົ້ນ

ເຈົ້າໜ້າທີ່ 2 ພາກສ່ວນ ສັ່ງຫ້າມຊື້ຂາຍນ້ຳມັນຊະຊາຍ ແລະ ລົງກວດກາປ້ຳນ້ຳມັນທີ່ປິດໃຫ້ບໍລິການ ***

ວັນທີ 4 ມີຖຸນາ 2022 ເຈົ້າໜ້າທີ່ພະແນກຕຳຫຼວດປ້ອງກັນເສດຖະກິດ ນະຄອນຫຼວງວຽງຈັນ ສົມທົບກັບພະແນກອຸດສາຫະກຳການຄ້າ ນະຄອນຫຼວງວຽງຈັນ ກວດການໍ້າມັນທີ່ຂາຍຊະຊາຍ ຢູ່ພາຍໃນ 04 ຕົວເມືອງ ນວ ຄື:

ເມືອງ ໄຊເຊດຖາ, ເມືອງຈັນທະບູລີ, ເມືອງ ສີໂຄດຕະບອງ, ເມືອງໄຊທານີ ພົບເຫັນຜູ້ຈຳໜ່າຍນໍ້າມັນຈໍານວນ 08 ຮ້ານ, ຢຶດນໍ້າມັນແອັດຊັງ ໄດ້ຈໍານວນ 53 ລິດ, ນ້ຳມັນກາຊວນ 1,5 ລິດ, ນໍ້າສີ ຈໍານວນ 09 ລິດ. ສ່ວນຜູ້ຂາຍແມ່ນໄດ້ສຶກສາອົບຮົມໃຫ້ຢຸດເຊົາ ແລະ ບໍ່ໄດ້ປັບໄໝ.

ໃນວັນດຽວກັນ ເຈົ້າໜ້າທີ່ ຍັງໄດ້ລົງກວດກາປໍ້ານ້ຳມັນປິດ ຍ້ອນນໍ້າມັນໝົດ ແຕ່ຜ່ານການກວດກາແມ່ນມີນໍ້າມັນ ແຕ່ປິດປໍ້າ ຈໍານວນ 03 ປໍ້າຄື:

– ປໍ້ານໍ້າມັນ ປຕທ ໂພນພະເນົາ ເມືອງໄຊເຊດຖາ ນວ ຜູ້ຈັດການຊື່ທ້າວ ວິນ ອາຍຸ 35 ປີ ອາຊີບ ຜູ້ຊ່ວຍຜູ້ຈັດການ, ຢູ່ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນວ ພົບເຫັນນໍ້າມັນຕົວຈິງຈໍານວນ 4.460 ລິດ, ນ້ຳມັນແອັດຊັງ ຈໍານວນ 1.980 ລິດ, ນ້ຳມັນກາຊວນ ຈໍານວນ 2.480 ລິດ,

– ປໍ້ານໍ້າມັນອະນຸໄຊບໍລິການ ຕັ້ງຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນວ ຜູ້ຈັດການຊື່ ນາງສຸພາສິດ ອາຍຸ 43 ປີ ອາຊີບ ຜູ້ຈັດການ ຢູ່ບ້ານຕານມີໄຊ ເມືອງໄຊທານີ ນວ

ພົບເຫັນນໍ້າມັນທັງໝົດ 2.800 ລິດ ໃນນີ້ ມີນ້ຳມັນແອັດຊັງ ຈໍານວນ 1.200 ລິດ, ນໍ້າມັນກາຊວນ 1.600 ລິດ ເຊິ່ງເຈົ້າໜ້າທີ່ ໄດ້ສຶກສາອົບຮົມກ່າວເຕືອນ ແຕ່ບໍ່ໄດ້ປັບໄໝ ແລະ

– ປໍ້ານໍ້າມັນພີວີອອຍ ສີເມືອງ ຢູ່ບ້ານສີເມືອງເມືອງສີສັດຕະນາກ ນວ ຜູ້ບໍລິຫານຊື່ນາງ ລັດດາພອນ ອາຊີບ ນັກທຸລະກິດ ບ້ານ ບໍ່ໂອ ເມືອງ ຫາດຊາຍຟອງ ນວ ພົບເຫັນນໍ້າມັນ

ມີນໍ້າມັນແອັດຊັງ ຈໍານວນ 5.600 ລິດ, ນໍ້າມັນກາຊວນ10.000 ລິດ ທາງພະແນກອຸດສາຫະກຳການຄ້າແມ່ນເຊີນຜູ້ກ່ຽວເຂົ້າໄປຊີ້ແຈງ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button