ຕາລີບັນ ຫ້າມ​ນັກ​ສຶກສາ​ຍິງ ​ເຂົ້າ​ຮຽນຕໍ່​ຢູ່​ມະຫາວິທະຍາ​ໄລ​ຕ່າງໆ​ໃນ​ທົ່ວ​ປະ​ເທດ

ເຊິ່ງເປັນການເມີດ​ຄຳ​ໝັ້ນ​ສັນ​ຍາ​ທີ່​ກຸ່ມ​ຕາ​ລີ​ບັນ​ໄດ້​ໃຫ້ໄວ້ກັບນານາຊາດ, ຫຼັງ​ຈາກ​ກຸ່ມ​ດັ່ງກ່າວ​ໄດ້​ຄືນ​​ອຳນາດ​ໃນ​ກາງ​ເດືອນ​ສິງຫາ​ປີ 2021,

​ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ​ມັນ​ຈະ​ບໍ່​ຕັດ​ສິດ​ດ້ານ​ການ​ສຶກສາ​ຂອງ​ຜູ້ຍິງ​ຄື​ກັນ​ໃນ​ໄລຍະ​ທີ່​ກຸ່ມ​ຕາ​ລີ​ບານ​ເຄີຍມີອຳນາດການປົກຄອງ​ອັຟກາ​ນີສຖານ​ໃນ​ລະຫວ່າງ​ປີ 1996 ຫາ 2001.

ລ່າສຸດໃນເດືອນທັນວານີ້ ກຸ່ມຕາ​ລີ​ບັນ​ໄດ້​ອອກ​ຄຳ​ສັ່ງ​ເພີ່ມ​ເຕີມ ດ້ວຍການຫ້າມແມ່ຍິງເຮັດວຽກເປັນຄູສອນຢູ່ໂຮງຮຽນ ແລະ ມະຫາວິທະຍາໄລໃນທົ່ວປະເທດ ກັບເຂົ້າໄປເຮັດວຽກເຊັ່ນດຽວກັນ.

ທາງດ້ານ ທ່ານ Anthony Blinken ລັດຖະມົນຕີການຕ່າງປະເທດສະຫະລັດ ກ່າວໃນຖະແຫຼງການວ່າ: ກຸ່ມຕາລີບັນບໍ່ຖືກຮັບຮູ້ຢ່າງຖືກກົດໝາຍວ່າເປັນສະມາຊິກຂອງປະຊາຄົມສາກົນ

ຈົນກວ່າສິດທິຂອງປະຊາຊົນທັງໝົດໃນອັຟການິສຖານຈະຖືກເຄົາລົບນັບຖື. ມັນຍັງລະບຸວ່າ ການ​ຕັດສິນ​ໃຈ​ດັ່ງກ່າວ​ຈະ​ເຮັດ​ໃຫ້​ກຸ່ມ​ຕາ​ລີ​ບັນ​ປະສົບ​ຜົນ​ສະທ້ອນ​ຢ່າງ​ແນ່ນອນ.

ຊົມຄີບ1

ຊົມຄລີບ2

ແຫຼ່ງຂ່າວ: PPTV

Leave a Reply

Your email address will not be published. Required fields are marked *

Back to top button