ໂຕໂຢຕ້າຮຽກຄືນລົດໄຟຟ້າທັງໝົດທີ່ຫາກໍເປີດໂຕໄປຍ້ອນລະບົບລົດມີບັນຫາ

ໂຕໂຢຕ້າ ໄດ້ເກັບລົດໄຟຟ້າຄືນ ທີ່ຫາກໍເປີດໂຕທົ່ວໂລກຈຳນວນ 2.700 ຄັນ ຍ້ອນກັງວົນເລື່ອງບັນຫາລໍ້ຫຼຸດ.

ຈາກການລາຍງານສຳນັກຂ່າວຕ່າງປະເທດ ລາຍງານວ່າ: ບໍລິສັດໂຕໂຢຕ້າ ໄດ້ອອກມາຖະແຫຼງໃນວັນສຸກທີ່ຜ່ານມານີ້ວ່າ ຈະຂໍຮຽກຄືນລົດໄຟຟ້າເອສຢູວີ ລຸ່ນ bZ4X ປະມານຈຳນວນ 2.700 ຄັນ ທັ້ງຢູ່ໃນອາເມຣິກາ, ເອີຣົບ, ການາດາ ແລະ ຍີ່ປຸ່ນ.

ເນື່ອງຈາກວ່າມີຄວາມເປັນໄປໄດ້ທີ່ຕີນລໍ້ຂອງລົດລຸ່ນດັ່ງກ່າວນີ້ອາດຈະຫຼຸດອອກ ເຖິງວ່າຈະແລ່ນໃນໄລຍະ 3 ກິໂລແມັດກໍຕາມ, ເຊິ່ງອາດຈະສົ່ງຜົນໃຫ້ລົດຄວບຄຸມບໍ່ໄດ້ ເພີ່ມຄວາມສ່ຽງໃນການເກີດອຸບັດຕິເຫດ ທາງບໍລິສັດຈຶ່ງຮຽກຄືນລົດ ເພື່ອກວດສອບຄວາມປອດໄພ.

ໃນອາທິດນີ້ ທາງບໍລິສັດໂຕໂຢຕ້າລະບຸວ່າ ມີການຫຼຸດຈຳນວນຂອງລົດຫຼຸດລົງ ທີ່ມີແຜນຈະຜະລິດໃນເດືອນໜ້ານີ້ປະມານ 50.000-800.000 ຄັນ ເນື່ອງຈາກບັນຫາການຂາດແຄນຊິປຄອມພິວເຕີ ແລະ ອຸປະກອນທີ່ຈຳເປັນອື່ນໆ ສາເຫດມາຈາກການລະບາດຂອງໂຄວິດ-19.

ຊົມຄລີບ

ຂໍຂອບໃຈທີ່ມາ: ລາວໂພສ laopost

Leave a Reply

Your email address will not be published. Required fields are marked *

Back to top button