ຈົບເງີນ 2000 ຕື້ກວ່າກີບ ແຈກຢາຍໃຫ້ແກ່ຄອບຄົວທີ່ມີລາຍໄດ້ໜ້ອຍທົ່ວປະເທດ (ມາເລເຊຍ )

ໃນວັນທີ 22 ມິຖຸນາທີ່ຜ່ານມາ ສໍານັກຂ່າວ Channelnewsasia ໄດ້ລາຍງານວ່າ ນາຍົກລັດຖະມົນຕີ ອິສມາອິລ ຊາບຣີ ຢາຄັອບ (Ismail Sabri Yaakob) ຂອງມາເລເຊຍໄດ້ຖະແຫຼງການຖ່າຍທອດສົດຜ່ານສະຖານີໂທລະພາບວ່າ

ລັດຖະບານກຽມເພີ່ມງົບປະມານອີກ 630 ລ້ານຣິງກິດ ຫຼື ປະມານ 2,000 ກວ່າຕື້ກີບ ໃນການແຈກຢາຍເປັນເງິນສົດແບບຄັ້ງດຽວໃຫ້ແກ່ຄອບຄົວທີ່ມີລາຍໄດ້ໜ້ອຍທົ່ວປະເທດ ຫຼືກຸ່ມ B40 ນັ້ນຕັ້ງແຕ່ເດືອນມິຖຸນານີ້ເປັນຕົ້ນໄປ

ເພື່ອເປັນການບັນເທົາບັນຫາຄ່າຄອງຊີບ ແລະ ລາຄາອາຫານທີ່ປັບຕົວຂຶ້ນສູງ ຕາມໂຄງການ BKM ຫຼືການແຈກເງິນສົດໃຫ້ປະຊາຊົນຜູ້ທີ່ມີລາຍໄດ້ໜ້ອຍຈໍານວນ 8.6 ລ້ານຄົນໂດຍກົງ.

ໂດຍລັດຖະບານມາເລເຊຍກໍໄດ້ເລີ່ມໂຄງການໃນປີງົບປະມານ 2022 ທີ່ຜ່ານມາ ໂດຍປະເມີນການວ່າຈະສາມາດແຈກເງິນໃຫ້ປະຊາຊົນກຸ່ມນີ້ໄດ້ປະມານ 2,500 ຣິງກິດຕໍ່ປີ.

ສຳລັບງົບປະມານເພີ່ມຕື່ມທີ່ປະກາດຫຼ້າສຸດນີ້ຄາດວ່າຈະສາມາດນໍາໄປແຈກຈ່າຍໃຫ້ປະຊາຊົນໄດ້ປະມານ 4 ລ້ານຄົວເຮືອນ ໃນຈໍານວນນີ້ມີປະຊາກອນກຸ່ມຜູ້ສູງອາຍຸ ໂດຍມີຕັ້ງແຕ່ອາໄສຢູ່ຄົນດຽວ ແລະ ອາໄສຢູ່ກັບຄູ່ສົມຣົດປະມານ 1.2 ລ້ານຄົນ ແລະປະຊາກອນທີ່ຍັງໂສດອີກ 3.4 ລ້ານຄົນ ໂດຍຈະເລີ່ມແຈກເງິນວັນທີ 27 ມິຖຸນານີ້.

ນອກຈາກນີ້ ລັດຖະບານມາເລເຊຍກໍຍັງໄດ້ກຽມຍົກເລີກມາດຕະການທີ່ເຮັດໃຫ້ລາຄາໄກ່ ແລະ ໄຂ່ໄກ່ຄົງທີ່ ຕັ້ງແຕ່ວັນທີ 1 ກໍລະກົດນີ້ ໂດຍປັດຈຸບັນລາຄາຂາຍຍ່ອຍຂອງໄກ່ໝົດໂຕແມ່ນຢູ່ທີ່ 8.90 ຣິງກິດ ແລະ ລາຄາໄກ່ທີ່ອະນາໄມແລ້ວແຍກຕີນ ແລະ ເຄື່ອງໃນອອກໄປແລ້ວແມ່ນ 9.90 ຣິງກິດ.

ຂະນະທີ່ມາດຕະການອຸດໜຸນລາຄານ້ຳມັນປຸງອາຫານແບບ 2 ກິໂລກຣາມ, 3 ກິໂລກຣາມ ແລະ 5 ກິໂລກຣາມ ແມ່ນຈະຖືກຍົກເລີກຕັ້ງແຕ່ວັນທີ 1 ກໍລະກົດ ຍົກເວັ້ນນໍ້າມັນບັນຈຸຂວດແບບ 1 ກິໂລກຣາມ ພາກລັດແມ່ນຍັງຈະມີການອຸດໜູນລາຄາຕໍ່ໄປ.

ຊົມຄລີບ

ທີ່ມາ: ລາວ ເອັສ

Leave a Reply

Your email address will not be published. Required fields are marked *

Back to top button