ຢຶດໄດ້ສີງຜິດກົດຫມາ ຍ 24 ເປົາ ນ້ຳນັກລວມ 939 ກິໂລກຮາມ ພ້ອມຜູ້ຖືກຫາ 1 ຄົນ

ແຂວງຄຳມ່ວນ ຢຶດຄັນຊາອັດແທ່ງ 24 ເປົາ ນ້ຳນັກລວມ 939 ກິໂລກຮາມ ພ້ອມຜູ້ຖືກຫາ 1 ຄົນ. ກ່ອນຂ້າມນໍ້າຂອງ

ໃນວັນທີ 21 ມີຖຸນາ 2022 ຜ່ານມານີ້ ເຈົ້າໜ້າທີກອງບັນຊາການ ປກສ ເມືອງຫີນບູນ ແຂວງຄຳມ່ວນ ແລະ ກອງກໍ່ສ້າງຮາກຖານ 917 ໄດ້ຕິດຕາມເປົ້າໝາຍຜູ້ຄ່າຂາຍຢາເສບຕິດ

,,

ໃນຂອບເຂດບ້ານໂພນຄໍ້ ເມືອງຫີນບູນ ແຂວງຄຳມ່ວນ ມາຮອດເວລາ 3:00 ໂມງເຊົ້າຂອງວັນດຽວກັນ ຈຶ່ງພົບເຫັນຜູ້ຕ້ອງສົງໃສ ກຳລັງຂົນຄັນຊາລົງໃສ່ເຮືອ ເພື່ອຈະຂ້າມຂອງເພື່ອສົ່ງໄປປະເທດເພືອນບ້ານ

ດັ່ງນັ້ນເຈົ້າໜ້າທີຈິ່ງໄດ້ນຳກຳລັງເຂົ້າປິດລ້ອມ ແລ້ວສາມາດກັກໂຕຜູ້ຖືກຫາໄດ້ 1 ຄົນພ້ອມຂອງກາງ ກັນຊາອັດແທ່ງໄດ້ 24 ເປົ່າ ນ້ຳໜັກລວມ 939 ກິໂລກຮາມ, ລົດກະບະ VIGO ທະບຽນ ກກ 5598 ສະຫວັນນະເຂດ , ລົດຈັກ 1 ຄັນ, ເຮືອເຫຼັກ 1 ລຳ ພ້ອມຈັກເຄື່ອງ ແຮງ 13,ໂຟນີ 1 ເຄື່ອງ.

,,

ຜ່ານການສືບສວນ – ສອບສວນ ຜູ້ຖືກຫາຊື່ທ້າວ ແອັດ ສົມວັງ,ອາຍຸ 30 ປີຢູ່ບ້ານບຸ່ງກວາງ,ເມືອງ ປາກກະດິງ,ແຂວງ ບໍລິຄຳໄຊ ຜູ້ກ່ຽວຮັບສາລະພາບວ່າຜູ້ກ່ຽວແມ່ນເປັນຜູ້ຖຶກຈ້າງເພື່ອຂົນກັນຊາຈຳນວນດັ່ງກ່າວລົງໃສ່ເຮືອໄດ້ຄ່າຈ່າງ 3.000 ບາດ.

Leave a Reply

Your email address will not be published. Required fields are marked *

Back to top button