ຂ່າວດ່ວນ!…ແຈ້ງປັບລາຄານ້ຳມັນຂື້ນອີກ ແລ້ວ

ແຈ້ງການ! ປັບຂຶ້ນລາຄານ້ຳມັນທຸກປະເພດ ເລີ່ມປະຕິບັດ ວັນທີ 24 ມິຖຸນາ 2022; ເວລາ 06:00 ໂມງ

ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0674/ອຄ,ລົງວັນທີ 23 /6/ 2022 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ

ການປັບລາຄາຄັ້ງນີ້ ແມ່ນ ໄດ້ປັບຂຶ້ນລາຄາຂາຍຍ່ອຍ ນໍ້າມັນແອັດຊັງພິເສດ 1.820 ກີບ/ລິດ, ລາຄານໍ້າມັນແອັດຊັງທໍາມະດາ ປັບຂຶ້ນ 1.250 ກີບ/ລິດ ແລະ ລາຄານໍ້າມັນກາຊວນ ປັບຂຶ້ນ 1.920 ກີບ/ລິດ; ຫຼຸດຄວາມສ່ຽງລົງ 50 ກີບ/ລິດ/ຊະນິດ ແລະ ຫຼຸດຄ່າບໍລິການບໍລິສັດນຳເຂົ້າລົງ 50 ກີບ/ລິດ/ ຊະນິດ.

ແອັດຊັງພິເສດປັບຂື້ນ 1,820 ກີບ/ລິດ

ແອັດຊັງປັບຂື້ນ 1,250 ກີບ/ລິດ

ກາຊວນປັບຂື້ນ 1,920 ກີບ/ລິດ

,,,

Leave a Reply

Your email address will not be published. Required fields are marked *

Back to top button