ເກີດແຜ່ນດິນໄຫວ ມີຜູ້ເສຍຊີວິດແລ້ວ 1.000 ຄົນ ທີ່ປະເທດອັບການິດສະຖານ

ເກີດແຜ່ນດິນໄຫວຮຸນແຮງ ຂະໜາດ 5,9 ຣິກເຕີ ທີ່ປະເທດອັບການິດສະຖານ ມີຜູ້ເສຍຊີວິດແລ້ວ 1.000 ຄົນ

ເຈົ້າໜ້າທີ່ທາງການຂອງອັບການິດສະຖານ ເຜີຍວ່າ: ແຜ່ນດິນໄຫວຄັ້ງຮ້າຍແຮງນີ້ ເຮັດໃຫ້ມີຜູ້ເສຍຊີິວິດແລ້ວ 1.000 ຄົນ ແລະ ບາດເຈັບອີກຫຼາຍ 100 ຄົນ, ຈາກພາບດິນເຈື່ອນ, ເຮືອນ, ອາຄານ

ທີ່ເຮັດຈາກດິນຖະຫຼົ່ມເສຍຫາຍໃນແຂວງປັກຕີກາ ທາງຕາເວັນອອກຂອງປະເທດ ເຊິ່ງເຈົ້າໜ້າທີ່ກູ້ໄພໄດ້ພະຍາຍາມຊ່ວຍເຫຼືອຜູ້ທີ່ໄດ້ຮັບບາດເຈັບ, ສ່ວນຢູ່ເຂດຫ່າງໄກ ກໍໄດ້ໃຊ້ຍົນໃນການຂົນສົ່ງຜູ້ທີ່ໄດ້ຮັບບາດເຈັບໄປຫາໂຮງໝໍຕ່າງໆ.

ຫົວໜ້າຝ່າຍຂໍ້ມູນຂ່າວສານຂອງແຂວງປັກຕີກາ ກ່າວວ່າ: ມີຜູ້ເສຍຊີວິດແລ້ວ 1.000 ຄົນ ແລະ ບາດເຈັບອີກ 1.500 ຄົນ ເຊິ່ງແຜ່ນດິນໄຫວຄັ້ງນີ້ເກີດຂຶ້ນໃນເວລາ 1:30 ໂມງ ຕາມເວລາທ້ອງຖິ່ນ ຫຼື ປະມານ 3:00 ໂມງ ຕາມເວລາປະເທດລາວ ຂອງວັນທີ 22 ມິຖຸນາຜ່ານມາ ໃນຂະນະທີ່ປະຊາຊົນຍັງນອນຫຼັບຢູ່.

ເວບໄຊ US Geological Survey-USGS ຂອງສະຫະລັດອາເມລິກາ ລາຍງານວ່າ: ເກີດແຜ່ນດິນໄຫວຂະໜາດ 5,9 ຣິກເຕີ ສູງກາງເລີກຈາກໜ້າ 10 ກິໂລແມັດ ແລະ ຫ່າງຈາກເມືອງໂດສຂອງອັບການິດສະຖານ ໄປທາງຕາເວັນຕົກສຽງໃຕ້ 46 ກິໂລແມັດ.

ຄລີບ

ທີ່ມາ: BBC

Leave a Reply

Your email address will not be published. Required fields are marked *

Back to top button