ກະຊວງ ປກສ ລົງວິໄນ ເຈົ້າໜ້າທີ່ 11 ຄົນ ທີ່ເຮັດຜິດລະບຽບ

ກະຊວງ ປກສ ລົງວິໄນ ເຈົ້າໜ້າທີ່ 11 ຄົນ ທີ່ເຮັດຜິດລະບຽບ ດັ່ງລຸ່ມນີ້

ຂໍ້ຕົກລົງ ວ່າດ້ວຍການປະຕິບັດວິໄນນາຍຕໍາຫຼວດ ຜ່ານການຄົ້ນຄວ້ານໍາສະເຫນີຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ

ຜູ້ກະທຳຜິດມີລາຍລະອຽດຄື

ຜູ້ທີ່1: ປະຕິບັດວິໄນ ພັທ ຄໍາປ່ຽນ ອຸດົມວິໄລ ອາຍຸ 47 ປີ, ຫນ້າທີ່ຮັບຜິດຊອບ ຫົວຫນ້າພະແນກຕໍາຫຼວດສັງກັດຢູ່ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ຂຶ້ນກັບ ກອງບັນຊາການ ປກສ ນະຄອນ ຫຼວງວຽງຈັນ, ບ່ອນຢູ່ປະຈຸບັນ: ບ້ານອາມອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ;

ເຫດຜົນ: ຜູ້ກ່ຽວ ສວຍໃຊ້ຫນ້າທີ່, ຕໍາແຫນ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ, ທັງເປັນເຈົ້າການຕີຈັງຫວະໃຫ້ຄະນະກອງບັນຊາການ ປກສ ເມືອງສີໂຄດຕະບອງ, ເພື່ອຮັດບົດບັນທຶກຄໍ້າປະກັນຕົວ ຜູ້ຖືກຫາ ແລະ ນັກໂທດອອກຈາກຄຸກທີ່ບໍ່ຖືກຕ້ອງຕາມກົດຫມາຍ ເຊິ່ງເປັນການກະທໍາຜິດຕໍ່ກົດຫມາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ

ຜູ້ທີ່2: ປະຕິບັດວິໄນ ຮ້ອຍເອກ ນາງ ສຸລາວັນ ອຸປະໄຊ ອາຍຸ 31 ປີ, ຫນ້າທີ່ຮັບຜິດຊອບ ວິຊາການ ສັງກັດຢູ່ຫ້ອງສັນຕິບານ ຂຶ້ນກັບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ບ່ອນຢູ່ປະຈຸບັນ: ບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ;

ເຫຕຜົນ: ຜູ້ກ່ຽວຂາດສະຕິຕໍ່ການຈັດຕັ້ງ,ໃຫ້ການຊ່ວຍເຫຼືອຜູ້ກະທໍາຜິດຖານຍັກຍອກຊັບຂອງລັດ ເຊິ່ງເປັນການກະທໍາຜິດຕໍ່ກົດຫມາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ

ຜູ້ທີ່3: ປະຕິບັດວິໄນ ພັທ ສົມພອນ ວົງຊາຕີ ອາຍຸ 57 ປີ, ຫນ້າທີ່ຮັບຜິດຊອບ ຫົວຫນ້າຫ້ອງພະລາທິການຂຶ້ນກັບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ. ບ່ອນຢູ່ປະຈຸບັນ: ບ້ານດົງປາແລບ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ;

ເຫດຜົນ: ຜູ້ກ່ຽວ ຂາດການຕິດຕາມກວດກາສືກສາອົບຮົມພະນັກງານທີ່ຢູ່ໃນຄວາມຮັບຜິດຊອບ ຂອງຕົ້ນ, ບໍ່ກໍາແຫນ້ນຫຼັກການວິຊາສະເພາະ, ເຮັດໃຫ້ພະນັກງານສວຍໃຊ້ຊ່ອງຫວ່າງໃນການຍັກຍອກຊັບຂອງລັດ ເຊິ່ງເປັນການກະທໍາຜິດຕໍ່ກົດຫມາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ

ຜູ້ທີ່4: ປະຕິບັດວິໄນ ພັທ ນາງ ພຸດທອນ ແກ້ວບຸນຄົງ ອາຍຸ 40 ປີ, ຫນ້າທີ່ຮັບຜິດຊອບ ຮອງຫົວຫນ້າພະແນກສັງກັດ ຫ້ອງພະລາທິການ ຂຶ້ນກັບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ. ບ່ອນຢູ່ປະຈຸບັນ: ບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ;

ເຫດຜົນ: ຜູ້ກ່ຽວ ຂາດສະຕິຕໍ່ການຈັດຕັ້ງ, ຂາດຄວາມຮັບຜິດຊອບ ເດີ່ນເລື້ໃນການປະຕິບັດຫນ້າ ທີ່ ເຮັດໃຫ້ພະນັກງານມີຊ່ອງຫວ່າງໃນການຍັກຍອກຊັບຂອງລັດ ເຊິ່ງເປັນການກະທໍາຜິດຕໍ່ກົດຫມາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ

ຜູ້ທີ່5: ປະຕິບັດວິໄນ ພັດ ສອນເພັດ ພິຈິດ ອາຍຸ 49 ປີ, ຫນ້າທີ່ຮັບຜິດຊອບ ຮອງຫົວຫນ້າກອງບັນຊາການປກສ ເມືອງສີໂຄດຕະບອງ, ປະຈຸບັ້ນຝຶກຍ້າຍໄປເປັນ ຮອງຫົວຫນ້າຫ້ອງ 504 ຂຶ້ນກັບ ກອງ ບັນຊາການ ປກສ ນະຄອນຫຼວງວຽງຈັນ, ບ່ອນຢູ່ປະຈຸບັນ: ບ້ານຈັນສະຫວ່າງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ;

ເຫດຜົນ: ຜູ້ກ່ຽວ ສະໃຊ້ຫນ້າທີ່, ຕໍາແນ່ງຟໍເສຍຫາຜົນປະໂຫຍດສ່ວນຕົວ, ຂາດການໄຕ່ຕອງບັນຫາ, ໃນການນໍາອ້າຍນ້ອງບໍ່ຖືກຕ້ອງຕາມຫຼັກການວິຊາສະເພາະ ດ້ວຍຮູບການເອົາເງິນຄ້ໍາປະກັນຕົວ ຂອງຜູ້ຖືກຫາ ແລະ ນັກໂທດອອກຈາກຄຸກທີ່ບໍ່ຖືກຕ້ອງມາແບ່ງປັນກັນ ເຊິ່ງເປັນການກະທໍາຜິດ ຕໍ່ກົດຫມາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ

ຜູ້ທີ່6: ປະຕິບັດວິໄນ ພັທ ລັດສະຫມີ ອຸ່ນດວງພະຈັນ ອາຍຸ 44 ປີ, ຫນ້າທີ່ຮັບຜິດຊອບ ຫົວຫນ້າພະແນກສັງກັດຢູ່ ຫ້ອງພະລາທິການ ຂຶ້ນກັບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ. ບ່ອນຢູ່ປະຈຸບັນ: ບ້ານສະຫວ່າງ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ;

ເຫດຜົນ: ຜູ້ກ່ຽວ ຂາດສະຕິຕໍ່ການຈັດຕັ້ງ, ຂາດຄວາມຮັບຜິດຊອບ ເລີ່ນເລື້ໃນການປະຕິບັດຫນ້າທີ່ ເຮັດໃຫ້ພະນັກງານມີຊ່ອງຫວ່າງໃນການຍັກຍອກຊັບຂອງລັດ ເຊິ່ງເປັນການກະທໍາຜິດຕໍ່ ກົກຫມາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ

ຜູ້ທີ 7 ປະຕິບັດວິໄນ ພັທ ຄໍາຫຼ້າ ພົມມະສານ ອາຍຸ 47 ປີ, ຫນ້າທີ່ຮັບຜິດຊອບ ຫົວຫນ້າກອງບັນຊາການປກສ ເມືອງສີໂຄດຕະບອງ ຂຶ້ນກັບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ. ບ່ອນຢູ່ປະຈຸບັນ: ບ້ານໂຄກແຫ້, ເມຶອງສັງທອງ, ນະຄອນຫຼວງວຽງຈັນ;

ຜູ້ກ່ຽວ ສວຍໃຊ້ຫນ້າທີ່, ຕໍາແຫນ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ, ຂາດການໄຕ່ຕອງ ບັນຫາ, ບໍ່ມີຄວາມເປັນເອກະພາບກັບຫມູ່ຄະນະດ້ວຍກັນ, ຊີ້ນໍອ້າຍນ້ອງບໍ່ຖືກຕ້ອງຕາມຫຼັກ ການວິຊາສະເພາະ ດ້ວຍຮູບການເອົາເງີນຄ້ໍາປະກັນຕົວຂອງຜູ້ຖືກຫາ ແລະ ນັກໂທດອອກຈາກ! ຄຸກທີ່ບໍ່ຖືກຕ້ອງມາແບ່ງປັນກັນ ເຊິ່ງເປົ້າການກະທໍາຜິດຕໍ່ກົດຫມາຍວ່າຕ້ວຍກໍາລັງປ້ອງກັນຄວາມສະຫງົບ

ຜູ້ທີ 8 : ປະຕິບັດວິໄນ ພັທ ນາງ ອໍາມະລີ ຈັນສະຫວ່າງ ອາຍຸ 50 ປີ, ຫນ້າທີ່ຮັບຜິດຊອບ ຮອງຫົວຫນ້າຫ້ອງພະລາທິການ ຂຶ້ນກັບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ. ບ່ອນປູ່ປະຈຸບັນ: ບ້ານບໍ່ນາງົວ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ;

ຜູ້ກ່ຽວ ຂາດສະຕິຕໍ່ການຈັດຕັ້ງ, ຂາດຄວາມຮັບຜິດຊອບ ເລີ່ນເລື້ໃນການປະຕິບັດຫນ້າ ທີ່ ເຮັດໃຫ້ພະນັກງານມີຊ່ອງຫວ່າງໃນການຍັກຍອກຊັບຂອງລັດ ເຊິ່ງການກະທໍາຜິດຕໍ່ກົດຫມາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ

ຜູ້ທີ 9 :ປະຕິບັດວິໄນ ພຶທ ຄໍາໄຊ ແກ້ວວົງສາ ອາຍຸ 50 ປີ, ຫນ້າທີ່ຮັບຜິດຊອບ ຮອງຫົວຫນ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ຂຶ້ນກັບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ. ບ່ອນຢູ່ປະຈຸບັນ: ບ້ານໂນນຂີ້ເຫຼັກ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ;

ເຫດຜົນ: ຜູ້ກ່ຽວ ເຂົ້າຮ່ວມໃນການ ສວຍໃຊ້ຫນ້າທີ່, ຕໍາແຫນ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ, ຂາດການໄຕ່ຕອງພາວະວິໃສ, ໃນການຊີ້ນໍອ້າຍນ້ອງບໍ່ຖືກຕ້ອງຕາມຫຼັກການວິຊາສະເພາະ ດ້ວຍ ຮູບການເອົາເງິນຄໍ້າປະກັນຕົວຂອງຜູ້ຖືກຫາ ແລະ ນັກໂທດອອກຈາກຄຸກທີ່ບໍ່ຖືກຕ້ອງ ມາແບ່ງ ປົນກັນ ເຊິ່ງເປັນການກະທໍາຜິດຕໍ່ກົດຫມາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ

ຜູ້ທີ 10 :ປະຕິບັດວິໄນ ຮອ ນາງ ສີແພງ ອໍລະດົມ ອາຍຸ 43 ປີ, ຫນ້າທີ່ຮັບຜິດຊອບ ວິຊາການ ດັ່ງກັດຢູ່ຫ້ອງສັນຕິບານ ຂຶ້ນກັບ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ. ບ່ອນຢູ່ປະຈຸບັນ: ບ້ານດອນກອບ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ;

ເຫດຜົນ: ຜູ້ກ່ຽວຂາດສະຕິຕໍ່ການຈັດຕັ້ງ, ໃຫ້ ການຊ່ວຍເຫຼືອຜູ້ກະທໍາຜິຕຖານຍັກຍອກຊັບຂອງ ລັດ ເຊິ່ງເປັນການກະທໍາຜິດຕໍ່ກົດຫມາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ

ຜູ້ທີ 11 ປະຕິບັດວິໄນ ຮທ ນາງ ພອນທິບ ເພັງພັກດີ ອາຍຸ 36 ປີ, ຫນ້າທີ່ຮັບຜິດຊອບ ຮອງຫົວຫນ້າຫນ່ວຍງານ ສັງກັດຢູ່ ຫ້ອງພະລາທິການ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, – ບ່ອນຢູ່ປະຈຸບັນ: ບ້ານແສງສະຫວ່າງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ; .

ເຫດຜົນ: ຜູ້ກ່ຽວ ຂາດສະຕິຕໍ່ການຈັດຕັ້ງ ໃຫ້ການຊ່ວຍເຫຼືອຜູ້ກະທໍາຜິດ ຖານຍົກຍອກຊັບຂອງລັດ ເຊິ່ງເປັນການກະທໍາຜິດຕໍ່ກົດຫມາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ

ສ່ວນຫລາຍລະອຽດແມ່ນອ່ານຕາມຂໍ້ຕົກລົງດັ່ງລຸ່ມນີ້

,,

,,

,,

,,

,,

..

..

..

..

..

..

Leave a Reply

Your email address will not be published. Required fields are marked *

Back to top button