ພິທີມອບເຮືອນ 14 ຫຼັງ ໃຫ້ຄອບຄົວທຸກຍາກ ບ້ານຜາລະແວກ

ໃນວັນທີ 20 ມິຖຸນາ ຜ່ານມາ ທີ່ສະໂມສອນເມືອງຮົ່ມ ເຊິ່ງມີ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ໄດ້ຈັດພິທີມອບ-ຮັບໂຄງການຊ່ວຍເຫຼືອກໍ່ສ້າງ-ສ້ອມແປງເຮືອນຢູ່ອາໄສ ຈໍານວນ 14 ຫຼັງ ໃຫ້ແກ່ 14 ຄອບຄົວຂອງລູກຫຼານວິລະຊົນ

ທີ່ທຸກຍາກຢູ່ບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ, ທ່ານນາງ ນາລີ ສີສຸລິດ ປະທານທີ່ປຶກສາກິຕິມະສັກໂຄງການຈິດອາສາພັດທະນາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ທ່ານ ຄໍາເພັດ ດວງມາລາ ເຈົ້າເມືອງໆຮົ່ມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ອິນແປງ ຊາມຸນຕີ ປະທານໂຄງການຈິດອາສາພັດທະນາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ລາຍງານປະຫວັດຄວາມເປັນມາຂອງໂຄງການຈິດອາສາ

ເຊິ່ງເປັນໂຄງການໜຶ່ງທີ່ເກີດຂຶ້ນຍ້ອນຄວາມເປັນຫ່ວງເປັນໃຍ ທີ່ມີຕໍ່ປະຊາຊົນຜູ້ທີ່ທຸກຍາກໃນຂອບເຂດທົ່ວປະເທດ ເພື່ອເຕົ້າໂຮມຄວາມສາມັກຄີລະຫວ່າງຄອບຄົວການນໍາຂັ້ນສູງຮ່ວມກັບພາກທຸລະກິດ.

ສະນັ້ນ, ຈຶ່ງໄດ້ສ້າງຕັ້ງໂຄງ ການດັ່ງກ່າວເພື່ອປຸກລະດົມຄອບຄົວການນໍາ, ພາກທຸລະກິດ, ສະມາຄົມ ແລະ ມູນນິທິຕ່າງໆເພື່ອປະກອບສ່ວນຊ່ວຍເຫຼືອຄອບຄົວປະຊາຊົນທີ່ຍັງທຸກຍາກໃນຂອບເຂດທົ່ວປະເທດ ເພື່ອໃຫ້ເຂົາເຈົ້າໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ. ພ້ອມນັ້ນ,

ທ່ານຍັງໄດ້ລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງ-ສ້ອມແປງເຮືອນຢູ່ອາໄສໃຫ້ຄອບຄົວທຸກຍາກບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ເຊິ່ງໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນພຶດສະພາ 2022 ເປັນຕົ້ນມາ

ມາຮອດປັດຈຸບັນແມ່ນໄດ້ສໍາເລັດແລ້ວ 100% ຊຶ່ງປະກອບມີເຮືອນ ຈໍານວນ 14 ຫຼັງ, ໃນນັ້ນປຸກສ້າງໃໝ່ 12 ຫຼັງ, ສ້ອມແປງຈໍານວນ 2 ຫຼັງ ລວມມູນຄ່າການກໍ່ສ້າງ 878 ລ້ານກວ່າກີບ, ພ້ອມທັງມອບເງິນໃຫ້ເພື່ອທີ່ຈະໄປໃຊ້ໃນຊີວິດປະຈຳວັນ.

ໂອກາດດັ່ງກ່າວນີ້, ທ່ານນາງ ນາລີ ສີສຸລິດ ໄດ້ມີຄຳເຫັນພ້ອມຮຽກຮ້ອງໃຫ້ປະຊາຊົນ 14 ຄອບຄົວທີ່ໄດ້ຮັບເຮືອນໃນຄັ້ງນີ້ຈົ່ງເອົາໃຈໃສ່ປົກປັກຮັກສາເຮືອນທີ່ຕົນໄດ້ຮັບໃຫ້ມີຄວາມສະອາດ ແລະ

ສາມາດນໍາໃຊ້ໄດ້ຍາວນານ. ຈາກນັ້ນທ່ານໄດ້ຕາງໜ້າໂຄງການຈິດອາສາກ່າວມອບ ແລະ ຕາງໜ້າອົງການປົກຄອງແຂວງກ່າວຮັບໂດຍທ່ານ ພອຍຄໍາ ຮຸ່ງບຸນຍວງ ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຄີພິຍານ.

ແຫຼ່ງຂ່າວຈາກ ປະຊາຊົນ

Leave a Reply

Your email address will not be published. Required fields are marked *

Back to top button