ສ່ອງປະຫວັດຂອງຄູອາສາ ທີ່ຫມົດຫວັງໂກຕ່າ ລາອອກ ບໍ່ທຳມະດາ ເປັນນັກຮຽນເກັ່ງ

ນາຍຄູອາສາ(ຜົວ) ແລະ ນາຍໝໍອາສາ(ເມຍ) ຕັດສິນໃຈລາອອກແລ້ວເດີ,

..

ຈຳເປັນຕ້ອງວາງບິກວາງສໍວາງເຂັມສັກຢາໄປເຮັດໄຮ່ເຮັດສ່ວນຄືເກົ່າລະເດີ. ເຮັດວຽກມາ6ປີບໍ່ໄດ້ໂກຕາລັດຖະກອນ.

ເສຍດາຍຄວາມຮູ້ຄວາມສາມາດ, ຄວາມມັກຄວາມຮັກໃນອາຊີບຂອງຫມູ່ ຫມູ່ທີ່ຮຽນນຳກັນມາສູ້ໆຊົນເດີ Thong Vanh Song

ປະຫວັດ​ການຮຽນຂອງ ຜູ້ເປັນຜົວຜົນງານຝາກໄວ້ລູກຫລານເບີ່ງ”

ຂ້າພະເຈົ້າຊື່ ທ. ທອງວັນ ຊົງ ເກີດເມຶ່ອວັນທີ 6.10.1991 ວິຊາທີ່ຮຽນຈົບ ຄູຄະນິດສາດ-ຟີຊິກສາດ ລະບົບຊັ້ນສູງຮຽນຈົບຈາກໂຮງຮຽນສ້າງຄູວິທະຍາໄລອ່ຽນບ້າຍ(ສສຫວຽດນາມ)

ໄລຍະຮຽນ2013-2016 ໄດ້ເລີ່ມເຂົ້າສອນຢູ່ໂຮງຮຽນ ມ.ສມ່ວງດອນມູນ ເມຶອງຄອບ ແຂວງໄຊຍະບູລີໃນສົກຮຽນ2016-2017 ສາມາດຊ້ອມນັກຮຽນເກັ່ງວິຊາຟີຊິກສາດ ມ.4 ໄດ້ທີ2ຂັ້ນເມືອງ,

ສົກຮຽນ2017-2018ສາມາດຊ້ອມນັກຮຽນເກັ່ງວິຊາຄະນິດສາດຂັ້ນມ4ໄດ້ທີ3ຂັ້ນເມຶອງ ແລະ ຟີຊິກສາດຂັ້ນມ4ໄດ້ທີ1ຂັ້ນເມຶອງ,ທີ1ຂັ້ນແຂວງແລະທີ7ຂັ້ນກະຊວງ.

ໃນສົກຮຽນ2018-2019ໄດ້ຍ້າຍໄປປະຈຳການຢູ່ໂຮງຮຽນ ມ.ຕນ້ຳຄ່າສາມາດເຝິກຊ້ອມນັກຮຽນເກັ່ງວິຊາຟີຊິກສາດຂັ້ນມ4ໄດ້ທີ1ຂັ້ນເມຶອງ,ທີ1ຂັ້ນແຂວງແລະທີ8ຂັ້ນກະຊວງ

ໃນສົກຮຽນ2019-2020ສາມາດຊ້ອມນັກຮຽນເກັ່ງວິຊາຟີຊິກສາດມ4ໄດ້ທີ1ຂັ້ນເມຶອງແລະທີ2ຂັ້ນແຂວງ

ໃນສົກຮຽນ2020-2021ສາມາດຊ້ອມນັກຮຽນເກັ່ງວິຊາຟີຊິກສາດມ4ໄດ້ທີ1ຂັ້ນເມຶອງແລະທີ3ຂັ້ນແຂວງ

ໃນສົກຮຽນ2021-2022ສາມາດຊ້ອມນັກຮຽນເກັ່ງວິຊາຟີຊິກສາດມ4ໄດ້ທີ1ຂັ້ນເມຶອງແລະທີ2ຂັ້ນແຂວງ.

ໄດ້ສອບເສັງເຂົ້າລັດຖະກອນ2ເທຶ່ອແຕ່ບໍ່ເຫັນຄະແນນ ແລະ ກໍບໍ່ໄດ້ລັດຖະກອນເລີຍ.

ມາປີນີ້ບໍ່ມີຮອດລາຍຊື່ໄປເສັງເຂົ້າລັດຖະກອນນຳຫມູ່ກໍເລີຍລາອອກຈາກຄູອາສາຍ້ອນມີຄວາມຫຍູ້ງຍາກຫລາຍແລະບໍ່ສາມາດລ້ຽງຄອບຄົວໄດ້.

ລວມໃບຍ້ອງຍໍຂອງລາວ

..

..

..

..

..

ທີ່ມາ

Leave a Reply

Your email address will not be published. Required fields are marked *

Back to top button