ຊົມເຊີຍ ເດັກນ້ອຍອາຍຸ 13 ປີ ທີ່ເຮັດຂັນໝາກເບັງຫາເງິນຊ່ວຍຄອບຄົວ ແລະ ສົ່ງຕົວເອງຮຽນ.

ຫວ່າງ​ມໍ່ໆ​ມາ​ນີ້, ​ໂລກ​ອອນ​ລາຍ​ໄດ້​ເວົ້າ​ເຖິງ​ເລື່ອງ​ດັ່ງກ່າວ. ໜຸ່ມສູ້ຊີວິດຕອນອາຍຸ 13 ປີ. ສຳລັບເດັກຊາຍຊື່ ອະພິລັກ ລັດຕະນະນົນ, ກຳລັງຮຽນຢູ່ຊັ້ນ ມ1

ຢູ່ໂຮງຮຽນແຫ່ງໜຶ່ງໃນແຂວງ ນະຄອນລາດຊະສີມາ.

ນັກຮຽນ ອະພິລັກ ຕ້ອງເຮັດວຽກຫາເງິນໂດຍການເຮັດຂັນໝາກເບັງເພື່ອລ້ຽງຄອບຄົວ ແລະ ສົ່ງຕົນເອງຮຽນ. ປະຈຸ​ບັນ, ເດັກ​ຊາຍ​ອາຍຸ 13 ປີ​ຄົນ​ນີ້​ອາ​ໄສ​ຢູ່​ກັບ​ພໍ່​ຕູ້​ແມ່​ຕູ້ ​ແລະ ​ຫຼານ 2 ຄົນ

​ໃນ​ນັ້ນ​ມີ​ສະມາຊິກ​ຄອບຄົວ 5 ຄົນ, ​ໃນ​ຂະນະ​ທີ່​ແມ່​ເຮັດ​ວຽກ​ຢູ່​ແຂວງ​ ​​ລະຍອງ. ສ່ວນພໍ່​ໄດ້​ແຍກ​ກັນ​ເປັນ​ເວລາ​ດົນ​ນານ.

ຜ່ານມາລາວໄດ້ໃຊ້ເວລາປະມານ 2 ອາທິດເພື່ອຮຽນຮູ້ການເຮັດຂັນໝາກເບັງ ແລະ ສາມາດເຮັດໄດ້ດ້ວຍຕົນເອງ. ການເຮັດຂັນໝາກເບັງແຕ່ລະຄັ້ງ ລາຄາເລີ່ມຕົ້ນ 100.000 – 300.000 ກີບ

ຂ້ອຍຈະສືບຕໍ່ພັດທະນາທັກສະໃຫ້ຫຼາຍຂື້້ນ ໂອກາດຕໍ່ໄປຈະໄດ້ແຂ່ງຂັນໃນກິດຈະກໍາຕ່າງໆ ທີ່ທາງໂຮງຮຽນຈັດຂື້ນ.

ນາງ ແສງວັນ ທາໂຄດ ອາຍຸ 45 ປີ ແມ່ຕູ້ຂອງ ທ້າວ ອະພິລັກ ເປີດເຜີຍວ່າ: ຫລານຊາຍຄົນນີ້ເປັນລູກດີ, ເມື່ອຈາກໂຮງຮຽນມາເຮືອນ, ມັກຈະເຮັດວຽກບ້ານ, ເຊິ່ງແມ່ກໍ່ເຮັດວຽກຄົນດຽວໂດຍທີ່ແມ່ຕູ້ເຮັດບໍ່ໄດ້.

ຫຼັງ​ຈາກ​ເຮັດ​ວຽກ​ບ້ານ​ ລາວຈະໃຊ້ເວລາເຮັດ ຂັນໝາກເບັງ .

ມັນເປັນວຽກເສີມເລີຍກໍວ່າໄດ້ ນອກ​ຈາກ​ເຮັດ​ຂັນໝາກເບັງແລ້ວ, ລາວ​ຍັງ​ມັກ​ນັ່ງ​ແຕ້ມ​ຮູບ​ ແລະ​ ເຕັ້ນ​ລຳ. ເຊິ່ງມັກຈະມັກຫຍັງໃນແບບສິລະປະເຊັ່ນກັນ ເຖິງຢ່າງໃດກໍຕາມ,

ໃນຖານະທີ່ເປັນແມ່ຕູ້, ລາວມີຄວາມພາກພູມໃຈທີ່ລູກຫຼານຂອງລາວຫາເງິນສົ່ງຕົນເອງໄປໂຮງຮຽນ ແລະ ຊ່ວຍເຫຼືອຄອບຄົວໄດ້.

ເປັນອີກຜູ້ໝຶ່ງທີ່ມີພອນສະຫວັນອີກຄົນຫນຶ່ງທີ່ຫນ້າຊົມເຊີຍແລະເປັນແບບຢ່າງ. ເອັດມິນຕ້ອງຂໍເປັນກຳລັງໃຈໃຫ້ນ້ອງໆເດີ……

Leave a Reply

Your email address will not be published. Required fields are marked *

Back to top button