ໄບເດນ ຕົກລົດຖີບ ໃນຂະນະ ທີ່ຂີ່ລົດຖີບໄປອອກກຳລັງກາຍ

ສຳ​ນັກ​ຂ່າວ​ຮອຍ​ເຕ​​ລາຍ​ງານ​ວ່າ ນາຍ​ໂຈ ໄບ​ເດນ ປະ​ທາ​ນາ​ທິບ​ດີດສະຫະລັດ ຕົກ​ລົດຖີບ​ເມື່ອ​ຊ່ວງ​ເຊົ້າ​ຂອງ​ເມື່ອ​ວານ​ນີ້ ເນື່ອງ​ຈາກ​ຕີນ​ຕິດ​ກັບ​ຕະບັນ​ໄດ​ຂະນະ​ທີ່​ພະຍາຍາມ​ລົງ​ຈາກ​ລົດຖີບ ​ເພື່ອ​ພົບ​ປະ​ກັບ​ກລຸ່ມ​ຜູ້​ສະໜັບ​ສະໜູນ

ຕາມຂ່າວ​ລະ​ບຸ​ວ່າ ໄບ​ເດນ​ ໄວ 79 ປີ​ເບິ່ງ ​ບໍ່​ໄດ້ຮັບ​ບາດ​ເຈັບ ໂດຍ​ທ່ານ​ຢືນ​ຂຶ້ນ​ທັນ​ພາຍ​ຫລັງ​ລົ້ມ​ລົງ​ເທິງ​ພື້ນ ແລະ​ຢືນ​ເວົ້າກັບ​ກລຸ່ມ​ຜູ້​ສະໜັບ​ສະໜູນ​ຫຼາຍ​ນາ​ທີ​ຈາກ​ນັ້ນ

,,

ໄບ​ເດນ ກລ່າວ​ວ່າ “ຂ້ອຍ​ບໍ່​ເປັນ​ຫຍັງ​ ” ແລະ​ກລ່າວ​ວ່າ “ຕີນ​ຂ້ອຍ​ຕິດ​ເສີຍໆ”

ທຳນຽບ​ຂາວ​ລະ​ບຸ​ວ່າ ໄບ​ເດນ​ບໍ່​ໄດ້ຮັບ​ບາດ​ເຈັບ​ເຖິງ​ຂັ້ນ​ຕ້ອງ​ພົບ​ແພດ ໂດຍ​ເຈົ້າ​ຫນ້າທີ່​ລາຍ​ໜຶ່ງ​ເປີດ​ເຜຍ​ວ່າ “ຢ່າງ​ທີ່​ທ່ານ​ປະ​ທາ​ນາ​ທິບ​ດີ​ເວົ້າ ຕີນ​ທ່ານ​ຕິດ​ເທິງ​ແປ້ນ​ຖີບ​ຕອນ​ກຳ​ລັງ​ລົງ​ຈາກລົດຖີບ ແລະ ທ່ານ​ບໍ່​ເປັນ​ຫຍັງ” ແລະ​ເພິ່ມເຕິມ​ວ່າ “ທ່ານ​ປະ​ທາ​ນາ​ທິບ​ດີ​ຫວັງ​ທີ່​ຈະ​ໃຊ້​ເວລາ​ທີ່​ເຫຼືອ​ຂອງ​ມື້​ກັບ​ຄອບຄົວ”

ນອກ​ຈາກ​ນີ້ ໄບ​ເດນ​ຍັງ​ກະ​ໂດດ​ໂຊ​ ​ຫຼັງ​ມີ​ຄົນ​ຖາມ​ເລື່ອງ​ອາການ​ຂອງທ່ານເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ທ່ານ​ບໍ່​ເປັນ​ຫຍັງ​ຈິງ ໆ

ຊົມຄລີບ

ຊົມຄລີບ ອະທິບາຍຊັດເຈນ

Leave a Reply

Your email address will not be published. Required fields are marked *

Back to top button