ຂ່າວດ່ວນ! ແຈ້ງຢຸດການຂົນສົ່ງລົດໄຟລາວ-ຈີນ ຖ້ຽວ C84/3 ຊົ່ວຄາວ ເພື່ອຄວບຄຸມ ແລະ ສະກັດກັ້ນໂຄວິດ

ບໍລິສັດທາງລົດໄຟລາວ-ຈີນ ຈຳກັດແຈ້ງເຖິງຜູ້ໂດຍສານທີ່ຮັກແພງທຸກທ່ານ ແຈ້ງກ່ຽວກັບການຢຸດການຂົນສົ່ງລົດໄຟຖ້ຽວ C84/3 ຊົ່ວຄາວ.

ອີງຕາມຄວາມຈຳເປັນຂອງການຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ແລະ ການປັບປຸງແລກ ປ່ຽນພະນັກງານບໍລິການລົດໄຟ,

ໃນລະຫວ່າງວັນທີ 28-31 ມີນາ 2022 ນີ້ ລົດໄຟຂົນສົ່ງຜູ້ໂດຍ ສານ ນະຄອນຫຼວງວຽງຈັນ ຫາ ຫຼວງພະບາງ ຖ້ຽວ C84/3 ແມ່ນຈະໄດ້ຢຸດການຂົນສົ່ງຊົ່ວຄາວ.

ທາງບໍລິສັດຕ້ອງຂໍອະໄພໃນຄວາມບໍ່ສະດວກມານະທີ່ນີ້ດ້ວຍ, ພ້ອມດຽວກັນນີ້ພວກເຮົາກໍຂໍສະແດງຄວາມຂອບໃຈມາຍັງຜູ້ໂດຍສານທຸກທ່ານທີ່ໃຫ້ການສະໜັບສະໜຸນທາງລົດໄຟລາວ-ຈີນມາໂດຍຕະຫຼອດ.

..

..

ຂໍ້ມູນ: ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ

Leave a Reply

Your email address will not be published. Required fields are marked *

Back to top button