ເລີ່ມ 20 ມິຖຸນາ ມີປໍ້ານໍ້າມັນເຊື້ອໄຟ ເປີດໃຫ້ບໍລິການຢ່າງໜ້ອຍ 600 ປໍ້າ

ພາຍຫຼັງການຕົກລົງເຫັນດີ ຈາກຄະນະ 36/ນຍ ກໍຄື ລັດຖະບານ ເຂົ້າມາຊ່ວຍເຫຼືອແກ້ໄຂຄວາມຫຍຸ້ງຍາກ ໂດຍໃຫ້ນະໂຍບາຍແລກປ່ຽນເງິນຕາຕາມອັດຕາທາງການໃນອັດຕາ 14.065 ກີບ/ໂດລາສະຫະລັດ

ໃຫ້ແກ່ບັນດາບໍລິສັດນໍາເຂົ້ານໍ້າມັນຈຳນວນຫຼາຍ ແລະ ມີຈຳນວນປໍ້ານໍ້າມັນທີ່ແຈກຢາຍທົ່ວປະເທດໃຫ້ມີຄວາມສາມາດນໍາເຂົ້າໄດ້ເພີ່ມຂຶ້ນ ທຽບໃສ່ໄລຍະຍະດຽວກັນຂອງເດືອນຜ່ານມາ ເຊິ່ງຈາກການເກັບກໍາຂໍ້ມູນການນໍາເຂົ້າ ນັບແຕ່ວັນທີ 14 ມິຖຸນາ 2022 ເຫັນວ່າ ມີການນໍາເຂົ້າສະເລ່ຍ 1,23 ລ້ານລິດ,

ໃນວັນທີ 15 ມິຖຸນາ 2022 ນໍາເຂົ້າສະເລ່ຍ 2,99 ລ້ານລິດ (ເພີ່ມຂຶ້ນ 1,76 ລ້ານລິດ), ວັນທີ 16 ມິຖຸນາ 2022 ນໍາເຂົ້າສະເລ່ຍ 3,57 ລ້ານລິດ (ເພີ່ມຂື້ນ 0,58 ລ້ານລິດ),

ວັນທີ 17 ມິຖຸນາ 2022 ນໍາເຂົ້າສະເລ່ຍ 2,23 ລ້ານລິດ (ຫຼຸດລົງ 1,34 ລ້ານລິດ),

ວັນທີ 18 ມິຖຸນາ 2022 ນໍາເຂົ້າສະເລ່ຍ 4 ລ້ານລິດ,

ວັນທີ 19 ມິຖຸນາ 2022 ນໍາເຂົ້າສະເລ່ຍ 4 ແສນລິດ ແລະ

ໃນວັນທີ 20 ມິຖຸນາ ບັນດາບໍລິສັດນໍາເຂົ້ານໍ້າມັນສະເລ່ຍ 5,92 ລ້ານລິດ ເຊີ່ງເປັນຕົວເລກການນໍາເຂົ້າທີ່ສູງຂື້ນສົມຄວນທຽບໃສ່ຫຼາຍວັນຜ່ານມາ.

ສະຫຼຸບແລ້ວ, ຈາກນະໂຍບາຍ ຫຼື ທິດຊີ້ນໍາຂອງ ຄະນະ 36/ນຍ ເຮັດໃຫ້ເລີ່ມຕັ້ງແຕ່ວັນທີ 20 ມິຖຸນາ ເປັນຕົ້ນໄປ ມີປໍ້ານໍ້າມັນເຊື້ອໄຟເປີດໃຫ້ບໍລິການຢ່າງໜ້ອຍ 600 ປໍ້າ (ໃນນີ້, ລວມທັງ ບໍລິສັດນຳເຂົ້າທີ່ຍັງບໍ່ໄດ້ຮັບນະໂຍບາຍແລກປ່ຽນເງິນຕາ, ແຕ່ເຂົາເຈົ້າ ໄດ້ສຸມກໍາລັງແຮງເພື່ອຊ່ວຍການສະໜອງໃນໄລຍະວິກິດນີ້) ແລະ

ຈະສາມາດຂະຫຍາຍອອກໄປໄດ້ຕື່ມອີກ ເຊັ່ນ ປໍ້າຂອງບໍລິສັດ ພີທີທີ ລາວ ຈໍາກັດ ຈະສາມາດເປີດໄດ້ອີກ 43 ປໍ້າ ເຊີ່ງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຊີ້ນໍາຢ່າງໃກ້ ຊິດໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ລົງຕິດຕາມການຈໍາໜ່າຍ (ຈໍລະຈອນ) ແຕ່ຂອດສາງຂອງບໍລິສັດ

ຮອດປໍ້ານໍ້າມັນເຊື້ອໄຟ (ເຮັດບັນທຶກຈົດຮັບຈົດຈ່າຍຊັດເຈນ), ພ້ອມດຽວກັນນີ້, ລັດຖະບານ ໄດ້ກະກຽມອະນຸມັດເປີດແອລຊີ (LC) ຫຼື ບັນຊີຄໍ້າປະ ກັນການຊໍາລະ ໃນມູນຄ່າທີ່ສູງໃຫ້ແກ່ລັດວິ ສາຫະກິດນໍ້າມັນເຊື້ອໄຟລາວ ເພື່ອໃຫ້ຮັບປະກັນການສະ ຫນອງນ້ຳມັນໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ.

Leave a Reply

Your email address will not be published. Required fields are marked *

Back to top button