ປັບຂຶ້ນຄ່າແຮງງານຂັ້ນຕໍ່າ ແຕ່ລໍຖ້າລັດຖະບານພິຈາລະນາ

ປັບຂຶ້ນຄ່າແຮງງານຂັ້ນຕໍ່າ ແຕ່ລໍຖ້າລັດຖະບານພິຈາລະນາ

ພາຍຫຼັງທີ່ມີຂ່າວອອກມາວ່າຈະມີການປັບຂຶ້ນຄ່າແຮງຂັ້ນຕໍ່າຈາກ 1,1 ລ້ານເປັນ 1,5 ລ້ານກີບ ຕໍ່ຄົນຕໍ່ເດືອນ ແລະຈະປະຕິບັດນັບແຕ່ວັນທີ 1 ພຶດສະພາ 2022 ເປັນຕົ້ນໄປ;

ຢ່າງໃດກໍ່ຕາມ, ເລື່ອງນີ້ຍັງຈະຕ້ອງລໍຖ້າລັດຖະບານພິຈາລະນາຄືນໃຫມ່ອີກຄັ້ງ ຫຼັງຈາກທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວສະເຫນີຂໍເລື່ອນ.

ຈາກບັນຫາຄ່າຄອງຊີບທີ່ຖີບຕົວສູງຂື້ນ ຊຶ່ງມາຈາກຫຼາຍປັດໄຈຈຶ່ງກະທົບຕໍ່ຊີວິດການເປັນຢູ່ຂອງທົ່ວສັງຄົມຢ່າງຫຼີກລ້ຽງບໍ່ໄດ້, ຕໍ່ຫນ້າສະພາບເຂົ້າຍາກຫມາກແພງ;

ອົງການ3ຝ່າຍ ( ສູນກາງສະຫະພັນກໍາມະບານລາວ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ) ທີ່ມີບົດບາດຄຸ້ມຄອງ, ປົກປ້ອງ ແລະ ພັດທະນາແຮງງານລາວ, ກໍມີຄວາມເປັນຫ່ວງເປັນໃຍຈຶ່ງໄດ້ມີການຫາລື 3 ຝ່າຍມາແລ້ວຫຼາຍຄັ້ງເພື່ອສະເຫນີປັບຂື້ນຄ່າແຮງຂັ້ນຕໍ່າ,

ຫຼ້າສຸດ, ເລື່ອງນີ້ກໍ່ເປັນຫນື່ງໃນຫົວຂໍ້ສໍາຄັນຂອງກອງປະຊຸມ 3 ຝ່າຍກ່ຽວກັບວຽກງານສາຍພົວພັນແຮງງານ ຄັ້ງທີ 19 ຊື່ງຈັດຂື້ນເມື່ອວັນທີ 4 ມີນາ 2022 ທີ່ ນະຄອນຫຼວງວຽງຈັນ,

ໂດຍການເປັນປະທານຂອງທ່ານ ນາງ ໃບຄໍາ ຂັດທິຍະ, ລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມ (ຮສສ). ທ່ານ ນາງ ່ ອາລີ ວົງຫນໍ່ບຸນທໍາ, ປະທານຄະນະບໍລິຫານສູນກາງສະຫະພັນກໍາມະບານລາວ ແລະທ່ານ ວັນທອງ ສົດທິກຸນ,ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ.

ທັງນີ້, ມີຫຼາຍບັນຫາທີ່ກອງປະຊຸມໄດ້ນໍາຂຶ້ນປຶກສາຫາລື, ໂດຍສະເພາະກໍແມ່ນຊ່ອງທາງເພື່ອນໍາໄປສູ່ການຊ່ວຍເຫຼືອແຮງງານລາວທີ່ພວມປະກັບບັນຫາຢຸດຈ້າງ.

ທີ່ສໍາຄັນແມ່ນລັດຖະມົນຕີ ຮສສ ກໍ່ໄດ້ກ່າວເຖິງການຄົ້ນຄວ້າພິຈາລະນາປັບປຸງຄ່າແຮງງານຂັ້ນຕໍ່າ, ໂດຍລະບຸວ່າ ໄດ້ມອບໃຫ້ແຕ່ລະຝ່າຍນໍາໄປຄົ້ນຄວ້າເຖິງຄວາມເປັນໄປໄດ້.

ຊື່ງເບື້ອງຕົ້ນກໍ່ຄາດການວ່າຈະປັບຂຶ້ນໃນວັນທີ 1 ພຶດສະພາປີນີ້, ຢ່າງໃດກໍ່ຕາມ, ເນື່ອງຈາກເງື່ອນໄຂ ແລະ ຄວາມພ້ອມຕ່າງໆຍັງບໍ່ທັນອໍານວຍ, ດັ່ງນັ້ນສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວຈື່ງສະເຫນີຂໍເລື່ອນການປັບຂຶ້ນຄ່າແຮງງານໄປເປັນວັນທີ 1 ພືດສະພາ 2023.

ແຕ່ນັ້ນກໍ່ເປັນພຽງຂໍ້ສະຫຼຸບ ທີ່ຍັງຕ້ອງລໍຖ້າການພິຈາລະນາຄືນອີກຄັ້ງຂອງລັດຖະບານ.

ຄ່າແຮງຂັ້ນຕໍ່າທີ່ຈ່າຍກັນຢູ່ໃນປັດຈຸບັນ, ແມ່ນປະຕິບັດມາໄດ້ 3 ປີກວ່າແລ້ວ,ນີ້ຈາກການປັບປຸງຄັ້ງທີ 8 ເມື່ອປີ 2018 ຊຶ່ງປັບຂຶ້ນ 2 ແສນກີບ ຈາກ 9 ແສນກີບເປັນ 1,1 ລ້ານກີບຕໍ່ຄົນຕໍ່ເດືອນ

ແຫຼ່ງຂໍ້ມູນ: ເສດຖະກິດສັງຄົມຫຼິ້ງທີ່ມາ:

Leave a Reply

Your email address will not be published. Required fields are marked *

Back to top button