ອັບແດດເງີນລ່າສຸດ! ທີ່ສັງຄົມຊ່ວຍຄູອາສາ ໂດຍຜ່ານບັນຊີຜູ້ອື່ນ

ໃນກໍລະນີທີ່ທຸກຄົນຮູ້ນຳກັນວ່າ ມີຄູອາສາ 10 ປີບໍ່ໄດ້ລັດຖະກອນ .. ເຊີ່ງໄດ້ມີຜູ້ຄົນທີ່ສາມ ໃຊ້ເຟສ ( ວັດນາກໃຫຍ່ ໄຊຍະຣາມ ) ຮັບເງີນບໍລິຈາກຊ່ວຍລາວ ໂດຍໃຫ້ຜູ້ໃຈບຸນໂອນເງີນຜ່ານບັນຊີຂອງລາວ . ລາວຈື່ງເອົາໃຫ້ຄູອາສາ ແຕ່ເມື່ອໄດ້ເງີນມາແລ້ວ.. ເພີ່ນໂພສວ່າ

{ ແບ່ງປັນ ນໍ້າໃຈຊ່ວຍເຫຼືອ } ຄູອາສາ ອາຈານ ເນັ່ງທ່າວ ບ້ານ ທົ່ງແສນ ເມືອງ ຄໍາເກີດ ແຂວງ ບໍລິຄໍາໄຊ ມື້ນີ້ເພີ່ນເປີດບັນຊີ ທະນາຄານໃໝ່ແລ້ວເດີ ໂອນຊ່ວຍເພີ່ນໄດ້ ຕາມສັດທາ ມື້ອື່ນ ສົມເດັດ ກູດ ສຸລິຍາ ຈະໂອນໃຫ້ 10,000,000 ກີບ { ສິບລ້ານກີບ }

ທີ່ເພື່ອນເຟດບຸກ ໄດ້ໂອນບໍລິຈາກມາ 2-3 ມື້ກ່ອນນີ້ ແລະ ຍັງເຫຼືອຕາປາຍອີກໜ້ອຍໜຶ່ງ ສົມເດັດຈະຫັກແບ່ງໄວ້ ຊ່ວຍເຫຼືອ ຄູອາສາ ທີ່ຍັງເດືອດຮ້ອນຕໍ່ໄປອີກເດີ ຂໍຂອບໃຈ.

ແຕ່ນັ້ນ, ຢູ່ໃນຄອມແມ້ມຂອງລາວພັດວ່າ: ໄດ້ສິບປາຍລ້ານ ແຕ່ສົມເດັດ ຊ່ວຍເພີ່ນແຕ່ ສິບລ້ານ ແລະ ໂອນຊ່ວຍຄູອາສາ ອີກ 2 ຄົນແລ້ວ 600,000 ກີບ ຄົນລະ 3 ແສນກີບ ທີ່ເຫຼືອເກັບໄວ້ຊ່ວຍຄົນອື່ນຕໍ່ ຂໍຂອບໃຈ

ເລື່ອງນີ້ທັງແອດພວກເຮົາກະບໍ່ໄດ້ງວ່າບໍ່ດີ , ແຕ່ອັນນີ້ເປັນສີ່ງທີ່ບໍ່ໂປ່ງໃສ່ ຕໍກັນ ລວມທັງຜູ້ຊ່ວຍບໍລິຈາກ ແລະ ຜູ້ຮັບເງີນບໍລິຈາກ.. ຖ້າຄົນນີ້ມີຈິດໃຈຢາກຊ່ວຍຄົນອື່ນຫລືຄູອາສາຄົນອື່ນ ແມ່ນຕ້ອງເອົາຄູອາສາຄົນອື່ນນັ້ນມາ ຂໍບໍລິຈາກຈາກສັງແມ່ນທາງທີ່ຖືກຕ້ອງ..

Leave a Reply

Your email address will not be published. Required fields are marked *

Back to top button