ຂອງຂວັນບັນດິດປ້າຍແດງ ຕິດປີກເງິນສົດ ຮູ້ຈຳນວນເງິນຊື້ເຮືອນໄດ້ເປັນຫຼັງ

ເມື່ອວັນທີ່ 11 ກຸມພາ 2565 ຜູ້ສື່ຂ່າວໄດ້ຮັບລາຍງານວ່າ ໂລກໂຊຊຽວພາກັນຮືຮາ ແລະ ແຫ່ແຊຄິບຈາກຜູ້ໃຊ້ຕິ໊ກຕ໊ອກ @sirikanyaa43 ບັນດິດສາວປ້າຍແດງຈາກວິທະຍາໄລເທັກໂນໂລຍີພາກຕາເວັນອອກ ຈັງຫວັດຊົນບຸລີ

ລາວແຊຄວາມສຳເລັດ ແລະ ຄວາມພາກພູມໃຈຂອງລາວ ໃນຊຸດຄຸຍວັນຮັບໃບປະລິນຍາບັດ ຫຼັງຈາກຕັ້ງໃຈຮຽນຈົນຈົບງານນີ້ນອກຈາກຊາວເນັດຈະຮ່ວມສະແດງຄວາມຍິນດີ ກັບ ບັນດິດສາວແລ້ວ ອີກຢ່າງທີ່ສະດຸດຕາ ແລະ ແຍ່ງຊີນສຸດໆຄືປີກນາງຟ້າ ເປັນປີກທະນະບັດໃຫຍ່ບິ໊ກເບິ໊ມຕິດຢູ່ຂ້າງຫຼັງ ທີ່ສຳຄັນທັງໝົດເປັນທະນາບັດ 1.000 ບາດ

..

ໃບສີເທົາກາງປີກຮຽງສວຍງາມ ໃຜໄດ້ເຫັນເປັນຕ້ອງຕະລຶງ ຮຽນຈົບແລ້ວລວຍແບບນີ້ ຊາວເນັດອິດສາຕາຮ້ອນໄປຕາມໆກັນໂດຍຄິບດັ່ງກ່າວມາແຮງສຸດໆມີຍອດຜູ້ຊົມຫຼາຍກ່ວາ 7.6 ລ້ານຄັ້ງມາພ້ອມເພງ ໂກໂກວາ ເພງຮິດທີ່ລໍ້ມາຈາກ Squide Game ຊີຣີ້ເກົາຫຼີຊື່ດັງ

ເຊິ່ງກ່ອນໜ້ານີ້ໃຜກໍ່ຢາກໄດ້ຊຸດ ໂກໂກວາ ແຕ່ຫຼັງຈາກໄດ້ເຫັນຄິບນີ້ ຊາວເນັດພາກັນບອກວ່າບໍ່ຢາກໄດ້ແລ້ວຊຸດ ໂກໂກວາ ຢາກໄດ້ປີກນາງຟ້າມາໃສ່ຫຼາຍກ່ວາ

..

ຢ່າງໃດກໍ່ຕາມ ຊາວເນັດມີຄວາມພະຍາຍາມຢ່າງຫຼາຍ ຢາກຈະຮູ້ຍອດເງິນປີກນາງຟ້າມູນຄ່າເທົ່າໃດ ພາກັນນັບຈົນຕາລາຍ ກ່ອນທີ່ບັນດິດສາວເຈົ້າຂອງຄິບຈະເຂົ້າມາສະເຫຼີຍແລ້ວວ່າ ປີກນາງຟ້າມີມູນຄ່າລວມ 5 ແສນບາດສຸດປັງແທ້ໆ

..

Leave a Reply

Your email address will not be published. Required fields are marked *

Back to top button