ຂ່າວດ່ວນ! ແຕ່ງຕັ້ງ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ເປັນຮອງນາຍົກລັດຖະມົນຕີ.

ຂ່າວດ່ວນ! ແຕ່ງຕັ້ງ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ເປັນຮອງນາຍົກລັດຖະມົນຕີ.

ສະພາແຫ່ງຊາດ ປະກາດແຕ່ງຕັ້ງ ຍົກຍ້າຍສະມາຊິກລັດຖະບານ.

ໃນພາກເຊົ້າຂອງວັນທີ 20 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ທ່ານ ນາງ ສູນທອນ ໄຊຍະຈັກ

ຮອງປະທານສະພາແຫ່ງຊາດໄດ້ ຂຶ້ນຜ່ານຄຳສະເໜີຂອງ ທ່ານນາຍົກລັດຖະມົນຕີ ວ່າດວ້ຍການພິຈາລະນາຮັບຮອງເອົາການແຕ່ງຕັ້ງ ຮອງນາຍົກລັຖະມົນຕີ ແລະພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ.

ຜ່ານການປະກອບຄຳຄິດຄຳເຫັນຂອງບັນດາ ສສຊ, ສະພາແຫ່ງຊາດ ໄດ້ຮັບຮອງການແຕ່ງຕັ້ງ

ທ່ານ ສະເຫລີມໄຊ ກົມມະສິດເປັນ ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີ ກະຊວງການຕ່າງປະເທດ,

ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ,

ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງແຂວງສະຫວັນນະເຂດ ເປັນປະທານອົງການກວດສອບແຫ່ງລັດ.

ນອກຈາກນີ້, ຍັງໄດ້ສະເໜີພິຈາລະນາຮັບຮອງເອົາການຍົກຍ້າຍ ແລະແຕ່ງຕັ້ງສະມາຊິກລັດຖະບານ ໂດຍໄດ້ແຕ່ງຕັ້ງ

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ໄປເປັນລັດຖະມົນຕີ ປະຈຳຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ(ຫສນຍ),

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄປເປັນລັດຖະມົນຕີ ຫສນຍ,

ທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ ໄປເປັນລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ

ທ່ານ ບຸນເຫລືອ ສິນໄຊວໍລະວົງ ຮອງລັດຖະມົນກະຊວງການເງິນ ໄປເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ.

ໃນວັນທີ 20 ມິຖຸນາ 2022 ສະພາແຫ່ງຊາດ ແຕ່ງຕັ້ງຄະນະລັດຖະບານ ບາງຕຳແຫນ່ງ ດັ່ງນີ້

2. ທ່ານ ສະເຫຼີມໄຊ ກົມມະສິດ ເປັນຮອງນາຍົກ ແລະ ລັດຖະມົນຕີ ກະຊວງ ການຕ່ປະເທດ.

3. ທ່ານ ປອ ບຸນເຫຼືອ ຮອງ ລມຕ ກະຊວງການເງິນ ເປັນຜູ້ວ່າການທະນາຄານແຫ່ງ ສປປລາວ.

4. ທ່ານ ມະໄລທອງ ກົມມະສິດ ເປັນ ລມຕ ກະຊວງອຸດສາຫະກຳ ແລະ ການຄ້າ. ເປັນລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ (ຜູ້ໃໝ່)

5. ທ່ານ ສອນໄຊ ສິດພະໄຊ ຍ້າຍໄປເປັນ ລມຕ ປະຈຳ ຫສນຍ.

6. ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ເປັນ ລັດຖະມົນຕີ ປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

Leave a Reply

Your email address will not be published. Required fields are marked *

Back to top button