ຊື້ນໍ້າກ້ອນ ລັກໂທລະສັບເປັນຂອງແຖມ.

ເຫດເກີດວັນທີ 19/06/2022 ເວລາປະມານ 16:30-16:50 ໂມງໄດ້ມີໂຈນຂີ້ລັກ ມາຊື້ນໍ້າກ່ອນຢູ່ໂຮງງານຜະລິດນໍ້າກ້ອນພົມພັກດີ ທີ່ບ້ານພູຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ພາຍຫລັງຄົນຂີ້ລັກມາຊື້ນຳ້ກ້ອນແລ້ວ ໄດ້ມາລັກຊັບ ເອົາໂທລະສັບ ຍີ່ຫໍ້ ຫົວເວີຍໂນວາ 3 ຢູ່ຫ່ອງຄົນຂັບຫນ້າລົດຮຸນໄດ (ຕາມຮູບພາບວີດີໂອຂອງໂຮງງານບັນທຶກໄວ້ໄດ້) ພາຍຫລັງລັກຊັບໄດ້ແລ້ວ ຄົນຂີ້ລັກ ຟ້າວຂີ່ລົດຈັກເວບ ຫມາຍເລກທະບຽນ ດບ 0684 ກຳແພງນະຄອນ ອອກໄປ .

ຖ້າບຸກຄົນໃດເຫັນຄົນຂີ້ລັກຜູ້ນີ້ ຊ່ວຍບອກລາວເອົາມາສົ່ງເຈົ້າຂອງຄືນຢູ່ໂຮງງານນຳ້ກ້ອນພົມພັກດີ, ເຈົ້າຂອງໂທລະສັບ ຈະບໍ່ເອົາຄວາມ.

ແຕ່ການລັກຊັບແມ່ນຜິດກົດຫມາຍອາຍາ ແມ່ນມອບເຈົ້າຫນ້າທີ່ກ່ຽວຂ້ອງຈະດຳເນີນລົງໂທດຕາມລະບຽບກົດຫມາຍ.

ຊົມຄລິບ

Leave a Reply

Your email address will not be published. Required fields are marked *

Back to top button