ແຈ້ງເຕືອນສະພາບອາກາດໜາວເຢັນ ແລະ ລົມພັດແຮງໃນໄລະຍະວັນທີ 25 ຫາ 26 ກຸມພາ 2023

ແຈ້ງເຕືອນສະພາບອາກາດໜາວເຢັນ ແລະ ລົມພັດແຮງ ໃນໄລະຍະວັນທີ 25 ຫາ 26 ກຸມພາ 2023 !!!

..

ເນື່ອງຈາກມວນອາກາດໜາວເຢັນຈາກປະເທດຈີນຈະມີກໍາລັງແຮງເພີ່ມຂື້ນ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ອີກເທື່ອໃໝ່, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອທີ່ມີກຳລັງແຮງພັດປົກຄຸມ,

ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນລົງ 2 ຫາ 4 ອົງສາ ຢູ່ໃນແຕ່ລະພາກ ແລະ ຈະເຮັດໃຫ້ສະພາບອາກາດໜາວເຢັນຢູ່ທົ່ວໄປແລະ ອາກາດຈະໜາວເຢັນຫຼາຍຢູ່ແຂວງພາກເໜືອ ລົງຫາ ພາກກາງ ແລະ ເຂດພູພຽງບໍລະເວນ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນໄລຍະວັນທີ 25 ຫາ 26 ກຸມພາ 2023 ນີ້.

– ພາກເໜືອ ອາກາດຈະໜາວເຢັນ ຫາ ໜາວເຢັນຫຼາຍ ຢູ່ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີ.

– ພາກກາງ ອາກາດຈະໜາວເຢັນ ຫາ ໜາວເຢັນຫຼາຍ ພ້ອມຈະມີລົມພັດແຮງ ໂດຍສະເພາະຢູ່ແຂວງ ບໍລິຄຳໄຊ ຄຳມ່ວນ ແລະ ສະຫວັນນະເຂດ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງ

ມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມອາກາດໜາວເຢັນລົງ 2 ຫາ 4 ອົງສາ ຢູ່ເຂດພູສູງ,

ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາແຂວງພາກເໜືອ, ແຂວງໄຊສົມບູນ, ພາກກາງ ແລະ ເຂດພູພຽງບໍລະເວນ ຈະໜາວເຢັນຫຼາຍ ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບ ຂໍໃຫ້ຮັກສາສຸຂະພາບນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

Leave a Reply

Your email address will not be published. Required fields are marked *

Back to top button