ຖ້າໃຜເຫັນກາງເສັ້ນທາງ ຫົງສາ-ຊຽງຮ່ອນ ອ້າຍທັງ 4 ກໍພາຂຶ້ນລົດເເດ່ເດີ

ຖ້າໃຜເຫັນກາງເສັ້ນທາງ ຫົງສາ-ຊຽງຮ່ອນ ອ້າຍທັງ 4 ກໍພາຂຶ້ນລົດເເດ່ເດີ ເນື່ອງຈາກໄປເຮັດວຽກເເລ້ວບໍ່ໄດ້ເງິນ ຈໍາເປັນຕ້ອງຍ່າງກັບບ້ານ

ໃນວັນທີ 19 ມິຖຸນາ ໄດ້ມີຜູ້ໃຊ້ເຟສບຸກ ຊື່ (ໂປ໋ແຫລ້ ຮັບ-ສົ່ງເຄື່ອງທົ່ວໄປ) ໂພສລົງເຟສບຸກພ້ອມທັງຂໍ້ຄວາມວ່າ “ເຈີແລ້ວເດີຢູ່ແຖວພູແລ້ງ ຈຸອ້າຍມາ 4 ຄົນທີ່ໄປເຮັດວຽກຢູ່ປາກລາຍແລ້ວບໍ່ໄດ້ເງິນພາກັນຍ່າງ

ມາແຕ່ປາກລາຍມື້ນີ້ໄດ້ໃຫ້ເຂົາເຈົ້າຂຶ້ນລົດມານຳຮອດຫົງສາຫາກ ວ່າໃຜໄດ້ໄປໄດ້ມາຫົງສາ-ຊຽງຮ່ອນກະເອົາເຂົາເຈົ້າຂຶ້ນລົດໄປນຳແດ່ເດີ”

ຊົມເຊີຍນໍາໃຈຄົນລາວ ທີ່ຊ່ວຍອ້າຍທັງ 4 ໃນການພາຂຶ້ນລົດທີ່ຍ່າງມາເເຕ່ປາກລາຍ ເຫັນກາງທາງເເລ້ວນໍາມາຮອດຫົງສາ.

ຖ້າຫາກໃຜເຫັນກາງທາງອ້າຍທັງ4 ກໍພາຂຶ້ນລົດເເດ່ເດີສົງສານເພິ່ນ ເນື່ອງຈາກໄປເຮັດວຽກເເລ້ວບໍ່ໄດ້ເງິນ.

,,

ທີ່ມາ:ແຫລ້ ຮັບ-ສົ່ງເຄື່ອງທົ່ວໄປ

Leave a Reply

Your email address will not be published. Required fields are marked *

Back to top button