ມື້ນີ້ເດີ້!.. ຂົວໄປແລ້ວ

ມື້ນີ້ໃນວັນທີ່11/8/2022 ຂົວໄປແລ້ວ ຊ່ວຍກັນແຊຕໍ່ເຕືອນເພາະເປັນຫ່ວງນຳພີ່ນ້ອງປະຊາຊົນ. ຂໍໃຫ້ທຸກຄົນປອດໄພເດີສູ້ໆ…

ຊົມຄລີບ

ຈ້ງເຕືອນ!ພາຍຸດີເປຼຮຊັນ ກໍາລັງເຄື່ອນທີ່ຢູ່ ແຂວງພາກເໜືອຂອງປະເທດລາວ ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ໄດ້ມີກໍາລັງແຮງພັດປົກຄຸມ.

ຊຶ່ງຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼຶ້ອມໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກໜັກ ຫາຕົກໜັກຫຼາຍ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນ ທີ່ອາໄສຢູ່ບັນດາແຂວງພາກເໜືອ ໂດຍສະເພາະຜູ້ທີ່ອາໄສ ຢູ່ລຽບຕາມຮ່ອມພູ, ເນີນພູ ແລະ ແຄມແມ່ນໍ້າ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ

ທີ່ຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ເກີດມີດິນເຈື່ອນ ແລະ ນໍ້າຖ້ວມຊຸ ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

Leave a Reply

Your email address will not be published. Required fields are marked *

Back to top button