ຂ່າວເສົ້າ!..ພັນເອກ ຈັນທອງ ຫົງຄຳ ໄດ້ ຈາກພວກເຮົາໄປແລ້ວ

ອາດີດຮອງຫົວໜ້າຫ້ອງການວ່າການກະຊວງ ອາດີດຫົວໜ້າອົງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບລາວ ປະຈຳຢູ່ ສສ ຫວຽດນາມ

ທ່ານ ພັອ ຈັນທອງ ຫົງຄຳ ຂໍໃຫ້ດວງວີນຍານພໍ່ຈົ່ງັໄປສູ່ສຸຂະຕີໃນສະຫວັນຊັ້ນຟ້າພຸ້ນເທີ້ນ

ແຈ້ງຂ່າວມໍຣະນະກັມ ຄະນະພັກ, ຄະນະນໍາ ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ຄອບຄົວ ນາງ ຫມ້າຍ ວຽງພອນ ຫົງຄໍາ, ຄອບຄົວ ແສງຈັນດາລາ, ຄອບຄົວ ທິບຄູນທອງ, ຄອບຄົວ ນາມມະຈັກ, ຄອບຄົວ ບຸດສະດີ,

ຄອບຄົວ ຈຸນລະພານິດ, ຄອບຄົວ ວົງວິໄລ ພ້ອມດ້ວຍຍາດຕິພີ່ນ້ອງ ແລະ ລູກຫຼານ ຂໍແຈ້ງຂ່າວຄວາມເສົ້າສະຫລົດໃຈ ມາຍັງເພື່ອນມິດສະຫາຍ ທີ່ຢູ່ໃກ້ ແລະ ໄກຊາບທົ່ວເຖິງກັນວ່າ:

ທ່ານ ພັອ ຈັນທອງ ຫົງຄໍາ ອະດີດຮອງຫົວຫນ້າຫ້ອງການວ່າການກະຊວງ, ອະດີດຫົວຫນ້າອົງການຜູ້ຕາງຫນ້າ ກະຊວງປ້ອງກັນຄວາມສະຫງົບລາວ ປະຈໍາຢູ່ ສສ ຫວຽດນາມ, ຜູ້ເປັນຜົວ, ເປັນພໍ່, ພໍ່ເຖົ້າ, ເປັນລູງ, ເປັນອາວ, ເປັນນ້າບ່າວ ຂອງພວກຂ້າພະເຈົ້າ ໄດ້ເຖິງແກ່ມໍຣະນະກັມແລ້ວ ໃນເຊົ້າວັນເສົາ ທີ 18 ມິຖຸນາ ປີ 2022 ເວລາ 08: 00 ໂມງ ລວມອາຍຸໄດ້ 66 ປີ.

ສົບຂອງເພີ່ນໄດ້ບໍາເພັນກຸສົນ ຢູ່ທີ່ເຮືອນຂອງເພີ່ນເອງ ທີ່ບ້ານໂພນຕ້ອງສະຫວາດ, ຮ່ອມ 27, ຫນ່ວຍ 42, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ ລາຍລະອຽດ ດັ່ງນີ້ :

– ວັນພຸດ ທີ 22/06/2022 ເປັນວັນຊາປະນະກິດສົບ ທີ່ ວັດເທບນິມິດ ( ທາດຝຸ່ນ ) ເວລາ 13:00 ໂມງ

– ວັນພະຫັດ ທີ 23/06/2022 ເປັນມື້ຫ້າງຫາກະກຽມ

– ວັນສຸກ ທີ 24/06/2022 ເປັນມື້ຕັກບາດ ຖວາຍສັງຄະທານແດ່ພຣະສົງ 9 ອົງ. ,

ດັ່ງນັ້ນ, ຈິ່ງໄດ້ແຈ້ງຂ່າວມາຍັງອົງການຈັດຕັ້ງ, ຍາດຕິພີ່ນ້ອງ ແລະ ເພື່ອນມິດສະຫາຍ ໄດ້ຮັບຊາບໂດຍທົ່ວເຖິງກັນ.

Leave a Reply

Your email address will not be published. Required fields are marked *

Back to top button