ແຊ໌ເຕືອນສະຕິ!.. ສາຍປາຕີ້ ຜູ້ທີ່ມັກດູດປູມເປົ້າ ໃນຮ້ານບັນເທິງ.

ໃຜມັກດູດປູມເປົ້າ ຄວນອ່ານ ແຊ໌ເຕືອນສະຕິ ສາຍປາຕີ້

ຫມາກປູມເປົ້າຫຼື (Nitrous Oxide) ໄນຕັສອ໋ອກໄຊ ຄືສານເຄມີຊະນິດຫນຶ່ງ ສານຊະນິດນີ້ຈະໄປລົບກວນການເຮັດວຽກຂອງຫົວໃຈ ສະຫມອງ ແລະ ລະບົບຫາຍໃຈໂດຍປົກກະຕິແລ້ວ ສານເຄມີຊະນິດນີ້ມັກໃຊ້ໃນວົງການແພດ

ໃຊ້ເປັນຢາສະລົບ ຫຼືບັນເທົາການຈັບປວດ ໃນການຜ່າຕັດ ແຕ່ມີບາງກຸ່ມທີ່ໄປໃຊ້ຜິດປະເພດ ເອົາມາເສບເພື່ອຄວາມບັນເທີງ

+ຜົນກະທົບຕໍ່ຮ່າງກາຍ

-ຄວາມດັນເລືອດລົດ

-ເປັນລົມ

-ຫົວໃຈວາຍ ຫົວໃຈຫຍຸດເຕັ້ນ

-ຮ່າງກາຍອ່ອນເພຍ

-ເລືອດຈາງ

-ກັ້ນຍ໋ຽວບໍ່ຢູ່

-ມືຊາຕີນຊາ

-ມີອາການເກັງ ກະຕຸກຕາມຮ່າງກາຍ ແລະແຂນຂາ

-ຜູ້ຫຍິງມານລູກສຽ່ງຕໍ່ການຜິດປົກກະຕິຂອງເດັກນ້ອຍ

-ພູມຄຸ້ມກັນອ່ອນແອ ເຊັກເສື່ອມ

-ຫູແວ່ວປະສາດຫລອນ

+ ຜົນກະທົບທາງດ້ານຈິດໃຈ

-ເກິດສະພາວະຊືມເສົ້າ

-ເສຍສຸຂະພາບຈິດ

-ຄວາມຮູ້ສືກເຫງົາ

-ຫວາດລະແວງ ແລະອື່ນໆ

ໄວລຸ່ນທີ່ກຳລັງທີ່ເຮັດຫຼືຄຶດສິລອງ ຂໍໃຫ້ຄິດໃຫ້ດີໆ ວ່າມັນຄຸ້ມບໍ່ກັບການທີ່ຈະໃຊ້ຢາເສບຕິດປະເພດນີ້ ເພາະຖ້າຜິດພາດຂື້ນມາມັນບໍ່ຄຸ້ມເລຍ ກັບຊີວິດຂອງເຮົາເອງ ເພາະຊີວິດມີພຽງ 1 ຄັ້ງຕາຍແລ້ວຟື້ນບໍ່ໄດ້ ຂໍໃຫ້ມ່ວນຊື່ນນຳຊີວິດ ທີ່ຫ່າງໄກຢາເສບຕິດ ຖ້າຕິດແລ້ວບໍ່ຮູ້ວິທີເລີກ ສາມາດປຶກສາຫມໍບຸນທະວີໄດ້.

ຂໍ້ມູນ: ບຸນທະວີ ພັນປັນຍາ ຢາພື້ນເມືອງລາວ

Leave a Reply

Your email address will not be published. Required fields are marked *

Back to top button