ຂ່າວດີ ນ້ຳມັນມາ ຈຳນວນມະຫາສານ ແລ້ວ

ລອດຕາຍແລ້ວປະເທດລາວ ນ້ຳມັນກຳລັງກຽມມາລາວ ສູ້ສູ້ ອົດທົນພີ່ນ້ອງ 

ພັກລັດເພີ່ນຊ່ວຍເຮົາແລ້ວ ວັນຈັນກໍມາຮອດແລ້ວ ຂອບໃຈທາງພາກລັດເຮົາບໍ່ຖີ້ມກັນ

ຊົມຄລີບ 1

ຊົມຄລີບ 2

ສຳລັບບໍລິສັດນ້ຳມັນພຣັສ: ເພື່ອປະຕິບັດຕາມແຜນການສະໜອງນ້ຳມັນໃຫ້ພຽງພໍກັບສະພາບຄວາມຕ້ອງການຂອງສັງຄົມ ແລະ ຕາມທິດຊີ້ນຳຂອງລັດ ບັນດາລາຍຊື່ປ້ຳນ້ຳມັນທີ່ຢູ່ໃນລາຍຊື່ທັງໝົດ

ຈຳນວນ 190 ສະຖານີທີ່ຄາດວ່າຈະເປີດໃຫ້ບໍລິການໄດ້ພາຍໃນອາທິດໜ້າ ແມ່ນຕາມລາຍລະອຽດຂອງລາຍຊື່ປ້ຳຂອງ ປີໂຕຣເທຣດ, PV Oil, ສົມໃຈຫຼັກ 10, Lo Petroleum ແລະ ພະລັງງານບົວສະຫວັນ.

ການນຳເຂົ້າ ນ້ຳມັນມາ ແມ່ນຈາກອີງຄວາມຕ້ອງການຂອງຜູ້ໃຊ້ ສະນັ້ນ ໃນກອງປະຊຸມຄັ້ງນີ້ລັກຖະບານຈື່ງ ເນັ້ນການນຳເຂົ້ານ້ຳມັນໃຫ້ຫລາຍກວ່າເດີມໃນ2-3ເດືອນຜ່ານມາ

#ແຊດ່ວນ #ລັດຖະບານ ອານຸມັດສິນເຊື່ອ ເພື່ອຊື້ນໍ້າມັນ 200 ລ້ານລິດ ເຊີ່ງເລີ່ມປະຕິບັດໃຫນວັນທີ 20 ມີຖຸນາ 2022 ນີ້ ເປັນຕົ້ນໄປ

ຂ່າວ ໃນກອງປະຊຸມ ວັນທີ 15 ມິຖຸນາ 2022 ເປັນມື້ທີ 3 ຂອງກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ IX ຊຶ່ງບັນດາສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ສືບຕໍ່ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ

ໂດຍສະເພາະການສະເໜີໃຫ້ລັດຖະບານ ແກ້ໄຂບັນຫາເສດຖະກິດລວມ, ບັນຫາປາກທ້ອງຂອງປະຊາຊົນ, ບັນຫາເງິນຕາ ແລະ ໂດຍສະເພາະ ແມ່ນ ລາຄານໍ້າມັນ ໃຫ້ບັນລຸການນຳໃຊ້ຂອງຜູ້ໃຊ້ ເພື່ອຈະໄດ້ນ້ຳມັນເຂົ້າໃນການຜະລິດ

ເພາະຖ້າຂາດການສະຫນອງນ້ຳມມັນແມ່ນແນ່ນອນຜົນການຜະລິດຈະບໍ່ໄດ້ຕາມຄວາມຕ້ອງການຂອງຜູ້ບໍລິໂພກ ແລະ ຈະມີລາຄາເພີ່ມສູງຂື້ນ, ສະນັ້ນ ທັງລັດຖະບານຈື່ງເຫັນດີ ອະນຸມັດສີນເຊື່ອ ເພື່ອຈັດຊື້ນ້ຳມັນໃຫ້ໄດ້ຈຳນວນຫລາຍ ຫລື 200 ລ້ານວິດ

ເຂົ້າມາປະເທດເພື່ອສົ່ງອອກຈຳຫນາຍໃຫ້ທຸກທີ່ທົ່ວປະເທດ ບໍ່ໃຫ້ຂາດປ້ຳ ເພື່ອປະຊາຊົນ ຫລື ຜູ້ຂັບຂີ່ທົ່ວປະເທດ ໄດ້ໃຊ້ນ້ຳມັນຢ່າງພຍງພໍ

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button