ບໍລິສັດຊິໂນ-ອາກຮີ ໂປຕາສ ຈຳກັດຕ້ອງການແຮງງານ 3 ພັນຄົນ ເຂົ້າສູ່ຕຳແໜ່ງງານ ພາຍໃນ 5 ປີ.

ປະຈຸບັນບໍລິສັດມີພະນັກງານທັງໝົດ 1,857ຄົນ, ຍິງ 156ຄົນ, ຄົນງານລາວ 1,252ຄົນ, ຍິງ 113ຄົນ, ກວມອັດຕາສ່ວນຄົນງານທັງໝົດປະມານ 67%, ແລະ ຄາດຄະເນຄວາມຕ້ອງການໃນໄລຍະ 5 ປີ ມີຄວາມຕ້ອງການແຮງງານປະກອບເຂົ້າໃນຕຳແໜ່ງງານ ຈຳນວນ 3000 ຄົນ.

ພ້ອມນີ້, ບໍລິສັດ ຍັງໄດ້ຊຸກຍູ້ການສ້າງວຽກເຮັດງານທໍາແກ່ທ້ອງຖິ່ນ ແລະ ໄດ້ຈັດຕັ້ງຫຼາກຫຼາຍກິດຈະກໍາວັດທະນະທໍາວິສາຫະກິດ, ເພື່ອເສີມສ້າງທີມງານທີ່ສາມັກຄີກົມກຽວ, ເພື່ອພ້ອມກັນພະຍາຍາມສູ້ຊົນບັນລຸຄາດໝາຍໂຄງການປອດໄພ, ສີຂຽວ, ເປັນມິດກັບສິ່ງແວດລ້ອມແລະພັດທະນາຍືນຍົງ.

ໃນໂອກາດດຽວກັນ ທ່ານ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຍັງໄດ້ສະແດງຄວາມຄິດເຫັນ ໂດຍໄດ້ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວ ດໍາເນີນທຸລະກິດຂອງບໍລິສັດໃນໄລຍະຜ່ານມາ

ໂດຍສະເພາະແມ່ນການຊຸກຍູ້ສົງ່ເສີມໃນການສ້າງວຽກເຮັດງານທໍາ ໃຫ້ແກ່ແຮງງານລາວ ພາຍໃນຊຸມຊົນທ້ອງຖິ່ນ ໄປຄຽງຄູ່ກັບການພັດທະນາກໍາລັງແຮງງານລາວ ໃຫ້ມີຄຸນນະພາບ

,,

ລວມເຖິງການປະກອບສ່ວນທາງດ້ານສາທາ ລະນະປະໂຫຍດໃຫ້ແກ່ສັງຄົມ ພາຍໃນທ້ອງຖິ່ນ ໃຫ້ນັບມື້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ພ້ອມນັ້ນ ທ່ານພ້ອມຄະນະຍັງໄດ້ທ່ຽວຊົມບໍລິສັດຕື່ມອີກ.

(ຂ່າວສານຮສສ)

Leave a Reply

Your email address will not be published. Required fields are marked *

Back to top button