ກົມໃຫຍ່ການເມືອງ ປະກາດນາຍຕຳຫຼວດພັກການຮັບອຸດໜູນບຳນານ

ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ປະກາດນາຍຕຳຫຼວດພັກການຮັບອຸດໜູນບຳນານ ຈຳນວນ 8 ສະຫາຍ ໃນວັນທີ 6 ກໍລະກົດ 2022,

ເຂົ້າຮ່ວມໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ແລະ ຜູ້ທີ່ໄດ້ຮັບອຸດໜູນບຳນານ ເຂົ້າຮ່ວມ.

ພັທ ນາງ ນວນ ເທບພະວົງ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການອະນຸມັດໃຫ້ນາຍຕຳຫຼວດພັກການຮັບອຸດໜູນບຳນານ ຈຳນວນ 8 ສະຫາຍ ດັ່ງນີ້:

1, ພັທ ນາງ ມົນທາ ວັນນາ ສັງກັດຫ້ອງການກົມໃຫຍ່

2, ພັທ ນາງ ຄຳຫວັນ ຈັນທະວົງ ສັງກັດຫ້ອງການເມືອງ

3, ພັທ ນາງ ວັນຄຳ ນໍລິນທາ

+ ສັງກັດໂຮງຮຽນວັດທະນະທຳ ຫຼັກ 67 ມີ:

1, ພັທ ນາງ ບຸນຍ້ວຍ ພັນທະວົງ

2, ພັຕ ນາງ ກີ່ງແກ້ວ ຫຼວງລາດ

3, ພັຕ ນາງ ໃຈເພັດ ໄຊຍະລາດ

4, ພັຕ ນາງ ສົມບູນ ທິບພະວົງ

5 , ພັຕ ນາງ ຄຳຜິວ ລິດປັນຍາ

ໂອກາດນີ້, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດທີ່ບັນດາສະຫາຍຍາດມາໄດ້ ຕະຫຼອດໄລຍະການປະກອບສ່ວນໃນວຽກງານປ້ອງກັນຄວາມສະຫງົບ

ພ້ອມທັງສືບຕໍ່ປະກອບສ່ວນໃນວຽກງານປ້ອງກັນຄວາມສະຫົງບ ກັບບັນດາກົມກອງ ກໍຄື ຢູ່ຮາກຖານບ້ານ ແລະ ສຶກສາອົບຮົມລູກຫຼານ ໃຫ້ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ເປັນແບບຢ່າງທີ່ດີໃຫ້ປະຊາຊົນພາຍໃນບ້ານ

ເພື່ອພ້ອມກັນພັດທະນາຮາກຖານບ້ານໃຫ້ມີການພັດທະນາດີຂຶ້ນ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ຈາກ: ຄວາມສະຫງົບ

Leave a Reply

Your email address will not be published. Required fields are marked *

Back to top button