ຂ່າວເສົ້າ! ລາຍລະອຽດຂອງຜູ້ເສຍຊີວິດ ຈາກໂຄວິດ

ລາຍລະອຽດຂອງຜູ້ເສຍຊີວິດ ຈາກໂຄວິດ ໃນມື້ວັນທີ 17 ຕຸລາ 2021 ນີ້.

ຜູ້ທີ່ 1 ເພດຊາຍ, ອາຍຸ 69 ປີ, ອາຊີບ: ນັກທຸລະກິດ, ບ້ານຈອມມະນີ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ. ຜ່ານມາ ຍັງບໍ່ໄດ້ຮັuວັກຊີນປ້ອງກັນເຊື້ອໂຄວິດ-19.

ພະຍາດປະຈໍາຕົວ ມີພະຍາດຊັກບ້າຫມູ, ເບົາຫວານ ແລະ ຄວາມດັນເລືອດສູງ. ຜູ້ກ່ຽວເປັນຄົນເຈັບນອນຝົນຢົ້ວຢູ່ພະແນກລະບົບປະສາດ ຂອງໂຮງຫມໍມິດຕະພາບ ແຕ່ວັນທີ 26/09/2021

– ວັນທີ 29 ກັນຍາ 2011 ໄດ້ກວດຊອກຫາເຊື້ອໂຄວິດ-19 ແລະ ຜົນກວດພົບເຊື້ອ ຈຶ່ງໄດ້ຍ້າຍເຂົ້ານອນປິ່ນປົວຢູ່ພະແນກຊືມເຊື້ອໂຮງຫມໍມິດຕະພາບ ໃນວັນທີ 02/10/2001.

– ມາຮອດເວລາ 06:14 ນາທີ ຂອງວັນທີ 16/10/2011 ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 2 ເພດຊາຍ, 33 ປີ, ອາຊີບ: ຫວ່າງງານ, ສັນຊາດ ມຽນມາ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ. ຜູ່ກ່ຽວ ມີພະຍາດປະຈໍາຕົວ ເບົາຫວານ, ຜ່ານມາຍັງບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ-19.

– ມີອາການໄຂ້, ໄອ ແລະ ເຈັບຄໍ ໄດ້ປະມານ 01 ອາທິດ ແຕ່ຜູ້ກ່ຽວຊື້ຢາກິນເອງ – ວັນທີ 25/09/2021: ໄດ້ເກັບຕົວຢ່າງມາກວດເພື່ອຊອກບາງພະຍາດໂຄວິດ-19

– ວັນທີ 26/09/2021: ຜົນກວດພົບເຊື້ອໂຄວິດ-19 ແລະ ໄດ້ເຂົ້ານອນປິ່ນປົວຢູ່ໂຮງຫມໍສະເນາມ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄລຍະເວລານອນປິ່ນປົວ ຢູ່ມໍລະສຸມຂອງໂຮງຫມໍດັ່ງກ່າວ (ຜູ້ກ່ຽວ ບໍ່ໄດ້ໃຫ້ການຮ່ວມມືໃນການປິ່ນປົວເທົ່າທີ່ຄວນ).

ວັນທີ 15/10/2011 ເວລາ 2ໂມງ ຜູ້ກ່ຽວໄດ້ເສຍຊີວິດ ຢູ່ໂຮງຫມໍສະຫນາມເຂດເສດຖະກິດພິເສດສາມຫຼ່ຽມຄໍາ

Leave a Reply

Your email address will not be published. Required fields are marked *

Back to top button