ຄູອາສາມາ 8 ປີຈຳໃຈລາອອກ, ຄ່າຄອງຊີບແພງເຫລືອເກີນທົນບໍ່ໄຫວແລ້ວອະລີ

ເປັນຄູອາສາມາ 8 ປີ ສຸດທາ້ຍໃນມື້ນີ້ຕອ້ງຈຳໃຈລາຍອ້ນວ່າບໍ່ມີເສັນສາຍບໍ່ມີໃຜເບີ່ງ ດ້ວຍການທີ່ເຮົາຮັກໃນອາຊີບ ຈື່ງອົດທົນມາເປັນເວລາລາຍສົມຄວນ

ບອ່ນໄປປະຈຳການກະໄກຈາກຕົວເມື່ອງ 4 ເດືອນໄດ້ກັບເມືອງເທື່ອ1 ກະຄືເສັງພາກຮຽນຈືງໄດ້ກັບທຸກເທສະການເຮົາຕອ້ງທຳໃຈອົດທົນເພາະຫນ້າທີ່ຄິດວ່າຄວາມດີຈະຊວ່ຍເຮົາໃຫ້ໄດ້ລັດຖະກອນ

ແຕ່ແລ້ວກໍ່ຕອ້ງເຈັບປວດທຸກໆປີທີ່ໂກ້ຕາອອກແລ້ວບໍ່ມີຊື່ຂອງເຮົາ 8 ປີທີເປັນຄູອາສາບໍ່ເຄີຍມີຊຸດຄູມານຸ່ງຄືຜູ້ອື່ນເພາະມັນແພງແລະຄອບຄົວຂອງເຮົາຖານະບໍ່ຄອ່ຍດີ

ປອ່ຍໃຫ້ພໍ່ແມ່ຕອ້ງລຳບາກຢູ່ບາ້ນຕົນເອງປະຕິບັດຫນ້າທີ່ອັນແສນຮັກແລະພູມໃຈມາຮອດມື້ນີ້ພໍ່ແມ່ແກ້ຊະລາລົງບໍ່ມີໃຜເບີ່ງແຍງແລະບໍ່ສາມາດຫາເງີນສົ່ງໃຫ້ໃນການໄປມາໃຊ້ຈ່າຍທຸກມື້ນີ້ຄ່າຄອງຊີບແພງເຫລືອເກີນທົນບໍ່ໄຫວແລ້ວອະລີ, ເມື່ອງໃຫມ່ແຂວງຜົ້ງສາລີ

ສະນັ້ນ, ວອນມາຍັງສັງຄົມທຸກຄົນ ໃຜມີນ້ຳໃຈກະຊ່ວຍໆບັນເທົາຊ່ວງວິກິດໃຫ້ສາວຄູອາສາ 8 ປີ ເງີນເດືອນບໍ່ໄດ້ຈັກກີບ

Leave a Reply

Your email address will not be published. Required fields are marked *

Back to top button