ຄົນໄທລະເມີດຊາຍແດນ…ຂ້າມມາຮັບເອົາຄົນຂ້າມຝັ່ງ

ຄົນໄທລະເມີດຊາຍແດນ…ຂ້າມມາຮັບເອົາຄົນຂ້າມຝັ່ງ

ເວລາ 21 ໂມງ 15 ນາທີ ຂອງວັນທີ 7 ກັນຍາ 2021, ທະຫານຊາຍແດນກອງຮ້ອຍ 245 ອອກລາດຕະເວນພົບເຫັນການລະເມີດຊາຍແດນ, ລັກລອບເອົາເຮືອຂ້າມມາຈອດຢູ່ຝັ່ງລາວ ຈຶ່ງນຳຕົວມາສອບສວນຮູ້ໄດ້ວ່າ:

ທ້າວ ມານັດ ອາຍຸ 40 ປິ, ສັນຊາດໄທ ປະຊາຊົນ ບ້ານ ນ້ຳເປ ເມືອງລັດຕະນະວາປີ ແຂວງໜອງຄາຍ ປະເທດໄທ ເຊິ່ງຜູ້ກ່ຽວໄດ້ຖືກນາຍໜ້າຈ້າງມາຮັບເອົາຄົນຂ້າມໄປໄທ ໂດຍໄດ້ຮັບຄ່າຈ້າງ 500 ບາດ/ຄົນ,

ດັ່ງນັ້້ນຈຶ່ງສົ່ງມອບໃຫ້ ພະແນກສັນຕິບານເມືອງປາກງື່ມດຳເນີນຄະດີຕາມກົດໝາຍ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງປະຊາຊົນທີ່ອາໄສຢູ່ເຂດຊາຍແດນແມ່ນ້ຳຂອງ

ຈົ່ງປະຕິບັດພັນທະຊ່ວຍເຈົ້າໜ້າທີ່ ພົບເຫັນການລະເມີດແຈ້ງເບີວອບແອັບ 020 28899774 ຫຼື ຜ່ານທາງຂໍ້ຄວາມເຟສບຸກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ.

ຊາວລາວທຸກຄົນຕ້ອງເປັນຫູເປັນຕານຳກັນ

ເພື່ອສະກັດກັ້ນບຸກຄົນບໍ່ຊ່ວຍເຈົ້້າໜ້າທີ່

Leave a Reply

Your email address will not be published. Required fields are marked *

Back to top button