ແຈ້ງດ່ວນ!.. ແຊບອກຕໍ່ ເພື່ອປອດໄພ ທຸກຄົນ

ແຈ້ງບັນຫາຄ້າມະນຸດ ເບີສາຍດ່ວນຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ 1300 ແລະ 020 2288 1300

ອີງຕາມແຜນງານແຫ່ງຊາດວ່າດ້ວຍການຕ້ານການຄ້າມະນຸດໄລຍະ III (2021-2025).

ອີງຕາມຫນັງສືລາຍງານຂໍອະນຸມັດນໍາໃຊ້ເບີວອດແອັບຂອງກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ສະບັບເລກທີ 693/ກສມ ລົງວັນທີ 25 ພຶດສະພາ 2022.

ອີງຕາມການຕົກລົງເຫັນດີຂອງທ່ານຮອງຫົວຫນ້າກົມໃຫຍ່ຕໍາຫຼວດຄັ້ງວັນທີ 17 ມິຖຸນາ 2022

ກົມຕໍາຫຼວດສະກັດກັ້ນແລະຕ້ານການຄ້າມະນຸດ ຂໍຖືເປັນກຽດແຈ້ງມາຍັງ ພໍ່ແມ່ປະຊາຊົນ, ທະຫານ, ຕໍາຫຼວດ, ນິຕິບຸກຄົນ ແລະ ອົງການຈັດຕັ້ງສັງຄົມໃນຂອບເຂດທົ່ວປະເທດ ຊາບວ່າ :

ກົມຕໍາຫຼວດສະກັດກັ້ນແລະ ຕ້ານການຄ້າມະນຸດ ໄດ້ມີເບີສາຍດ່ວນ 1300 ແລະ ເບີ 020 22 88 1300 ເຊິ່ງຕັ້ງເປັນເບີວອດແອັບ ເພື່ອຮັບໃຊ້ ສັງຄົມໃນການໂທເຂົ້າມາແຈ້ງຄວາມ ແລະ ປຶກສາບັນຫາກ່ຽວກັບວຽກງານຕ້ານການຄ້າມະນຸດ,

ສະນັ້ນ ຈື່ງແຈ້ງ ເພື່ອໃຫ້ສັງຄົມຮັບຮູ້ທົ່ວເຖິງ, ໃນກໍລະນີ ມີເຫດການຕ່າງໆ ກ່ຽວກັບບັນຫາອາດຊະຍາກໍາ ທີ່ຕິດພັນກັບບັນຫາ ການຄ້າມະນຸດ ສາມາດໂທເຂົ້າ ຫຼື ສົ່ງຂໍ້ຄວາມຕ່າງໆມາທາງເບີສາຍດ່ວນວອບແອບໄດ້ທຸກເວລາ.

Leave a Reply

Your email address will not be published. Required fields are marked *

Back to top button