ພະນັກງານອາສາສະໝັກ ແມ່ນ ຄູອາສາຫລາຍທີ່ສຸດ

ທ່ານ ທອງຈັນ ມະນີໄຊ ໄດ້ໃຫ້ຮູ້ວ່າ: ປີ 2021 ທົ່ວປະເທດ ມີພະນັກງານ-ລັດຖະກອນ ທັງໝົດ 176.151 ຄົນ, ຍິງ 83.102 ຄົນ. ໃນນັ້ນ ລັດຖະກອນຄູ ມີຈຳນວນ 74.041 ຄົນ, ຍິງ 40.081 ຄົນ ກວມເອົາ 42% ຂອງຈໍານວນລັດຖະກອນທັງໝົດ,

ລັດຖະກອນແພດ ມີ 16.254 ຄົນ, ຍິງ 11.033 ຄົນ ກວມເອົາ 9,5%. ໃນຈໍານວນດັ່ງກ່າວ ຢູ່ສູນກາງກວມເອົາ 14%, ຂັ້ນແຂວງ 21% ແລະ ຂັ້ນເມືອງ 65%.

ຕົວເລກລັດຖະກອນນີ້ ເມື່ອທຽບກັບຈໍານວນພົນລະເມືອງ 7,3 ລ້ານກວ່າຄົນແລ້ວ ເຫັນວ່າເທົ່າກັບ 2,4% ແລະ ສປປ ລາວ ເປັນອັນດັບ 4 ໃນອາຊຽນ ທີ່ມີຈໍານວນລັດຖະກອນຫລາຍ.

ປັດຈຸບັນ, ພະນັກງານຕາມສັນຍາມີຈໍານວນ 6.572 ຄົນ ແລະ ພະນັກງານອາສາສະໝັກ ທັງໝົດ 14.463 ຄົນ, ໃນນີ້ ຄູອາສາສະໝັກ 7.913 ຄົນ ແລະ ແພດອາສາສະໝັກ 3.062 ຄົນ.

ງົບປະມານທີ່ໃຊ້ເບີກຈ່າຍເງິນເດືອນ ແລະ ນະໂຍບາຍ ທັງໝົດແມ່ນ 13.320 ຕື້ກີບຕໍ່ປີ (ເງິນເດືອນພື້ນຖານແມ່ນ 11.500 ຕື້ກີບຕໍ່ປີ ແລະ ນະໂຍ ບາຍອື່ນໆ 1.820 ຕື້ກີບຕໍ່ປີ) ກວມເອົາ 46% ຂອງລາຍຮັບພາຍໃນປີ 2022. ສະນັ້ນ ເມື່ອທຽບກັບງົບ ປະມານປີຜ່ານມາແມ່ນເພີ່ມຂຶ້ນຈໍານວນ 2.398 ຕື້ກີບ.

ສໍາລັບ ສົກປີ 2022 ລັດຖະບານ ໄດ້ອະນຸມັດຕົວເລກລັດຖະກອນໃໝ່ ຈໍານວນ 1.300 ຄົນ, ໃນນັ້ນ, ໄດ້ແບ່ງໃຫ້ລັດຖະກອນຄູ ຈໍານວນ 340 ຄົນ ແລະ ລັດຖະກອນແພດ ຈໍານວນ 320 ຄົນ

ທ່ານ ທອງຈັນ ມະນີໄຊ ໄດ້ກ່າວວ່າ: ເພື່ອແກ້ໄຂບັນຫາພະນັກງານອາສາສະໝັກທີ່ຍັງລໍຖ້າບັນຈຸເປັນລັດຖະກອນຢູ່ແຕ່ລະກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ, ລັດຖະບານ ໄດ້ມີທິດທາງ ຄື:

ສືບຕໍ່ສະໜອງຕົວເລກໃຫ້ລັດຖະກອນຄູ, ແພດ ຢູ່ເຂດຫ່າງໄກສອກຫລີກ ທຸລະກັນດານ ໂດຍໃຫ້ບູລິມະສິດພິຈາລະນາຮັບເອົາອາສາສະໝັກທີ່ມີຄວາມຮູ້ຄວາມສາມາດມີມາດຕະຖານຄົບຖ້ວນ ແລະ ປະຕິບັດວຽກງານມາຫລາຍປີ

ຄຽງຄູ່ກັນນີ້, ຈະຕ້ອງເພີ່ມທະວີຄວາມເອົາໃຈໃສ່ ແລະ ເຂັ້ມງວດ ໃນການສອບເສັງ, ບັນຈຸ ແລະ ສັບຊ້ອນລັດຖະກອນໃໝ່ ຕາມລະບຽບການ ແລະ ປະຕິບັດວຽກງານປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ

ນອກຈາກນັ້ນ, ກະຊວງພາຍໃນ ຍອມຮັບວ່າຍັງມີປະກົດການ ຄົນເຈົ້າຄົນຂ້ອຍ ລູກເຈົ້າຫຼານຂ້ອຍ ເຈ້ຍນ້ອຍເຈ້ຍໃຫຍ່ ກ່ຽວກັບໂກຕາລັດຖະກອນ ເຮັດໃຫ້ຄູ-ພະນັກງານອາສາສ່ວນຫຼາຍເຮັດວຽກມາຫຼາຍປີບໍ່ໄດ້ເຂົ້າລັດຖະກອນ.

ຊົມຄລີບ

ຂ່າວ: ສຸພາສະຫວັນ

Leave a Reply

Your email address will not be published. Required fields are marked *

Back to top button