ລັດຖະບານ ຈະເລັ່ງແກ້ໄຂ ເລື່ອງຫລີ້ນເສັ້ນສາຍ ໃຫ້ໂກຕ້າ ໃຫ້ລູກເຈົ້າຫລານນາຍ

ລມຕ ກະຊວງພາຍໃນ ຍອມຮັບຍັງມີປະກົດການ ຄົນເຈົ້າຄົນຂ້ອຍ ລູກເຈົ້າຫຼານຂ້ອຍ ເຈ້ຍນ້ອຍເຈ້ຍໃຫຍ່ ກ່ຽວກັບໂກຕາລັດຖະກອນ ເຮັດໃຫ້ຄູ-ພະນັກງານອາສາສ່ວນຫຼາຍເຮັດວຽກມາຫຼາຍປີບໍ່ໄດ້ເຂົ້າລັດຖະກອນ.

ແລະ ລມຕ ກະຊວງພາຍໃນ ສະເຫນີທິດທາງ ເພື່ອແກ້ໄຂບັນຫາພະນັກງານອາສາສະໝັກ ທີ່ຍັງລໍຖ້າບັນຈຸເຂົ້າເປັນລັດ ຖະກອນຢູ່ແຕ່ລະກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ, ລັດຖະບານ ຈະສືບຕໍ່ສະໜອງໂກຕ້າ ໃຫ້ລັດຖະກອນ ໃນຂອບເຂດທົ່ວປະເທດ ໂດຍສະເພາະ

ລັດຖະກອນຄູ, ລັດຖະກອນແພດ ຢູ່ເຂດຫ່າງໄກສອກຫລີກ, ທຸລະກັນດານ ໂດຍໃຫ້ບູລິມະສິດພິ ຈາລະນາຮັບເອົາອາສາສະໝັກ ທີ່ມີຄວາມຮູ້ຄວາມສາມາດ, ມີມາດຖານຄົບຖ້ວນ ແລະ ປະຕິບັດວຽກງານມາຫລາຍປີ.

ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ຊີ້ແຈງໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສາພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ມິຖຸນາ 2022 ນີ້ວ່າ: ສຳລັບປີ 2022, ລັດຖະບານໄດ້ອະນຸມັດຕົວເລກລັດຖະກອນໃໝ່ ຈຳນວນ1.300 ຄົນ, ໃນນັ້ນ, ໄດ້ແບ່ງໃຫ້ລັດຖະກອນຄູ ຈຳນວນ 340 ຄົນ ແລະ ລັດຖະ ກອນແພດຈໍານວນ 320 ຄົນ.

ຊົມຄລີບ

ປັດຈຸບັນ, ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ກຳລັງຈັດຕັ້ງປະຕິບັດການສອບເສັງຄັດເລືອກລັດຖະກອນໃໝ່ ເພື່ອບັນຈຸໃຫ້ທັນຕາມກຳນົດເວລາ

ພ້ອມກັນນັ້ນ, ກະຊວງພາຍໃນ ກຳລັງສັງລວມສະຖິຕິພະນັກ ງານ-ລັດຖະກອນທົ່ວປະເທດໃນປີ 2022 ເພື່ອລາຍງານລັດຖະບານ ໃນເດືອນສິງຫາ 2022 ທີ່ຈະມາເຖິງນີ້.

ທ່ານ ທອງຈັນ ມະນີໄຊ ຍັງໃຫ້ຮູ້ອີກວ່າ: ເພື່ອແກ້ໄຂບັນຫາພະນັກງານອາສາສະໝັກ ທີ່ຍັງລໍຖ້າບັນຈຸເປັນລັດຖະກອນ ຢູ່ບັນດາແຂວງ ໃນຂອບເຂດທົ່ວປະເທດ, ລັດຖະບານ

ຈະສືບຕໍ່ຄົ້ນຄວ້າ ການຫັນຫົວໜ່ວຍວິຊາການທີ່ມີລາຍຮັບໄປກຸ້ມຕົນເອງທາງດ້ານງົບປະມານ ເທື່ອລະກ້າວໂດຍຫັນເອົາພະນັກງານ-ລັດຖະກອນ, ອາສາສະໝັກ ແລະ ພະນັກງານຕາມສັນຍາ ທີ່ສັງກັດໃນຫົວໜ່ວຍວິຊາການດັ່ງກ່າວ ເປັນພາລະກອນຕາມຕຳແໜ່ງງານ.

(ເຊິ່ງພະລາກອນ ແມ່ນ ພະນັກງານຂອງລັດ ທີ່ປະຕິບັດໜ້າທີ່ຢູ່ຫົວໜ່ວຍວິຊາການຂອງລັດ ເປັນຕົ້ນແມ່ນ ບັນດາສະຖາບັນການສຶກສາວິຊາຊີບ ຂຶ້ນໄປ, ໂຮງໝໍ ແລະ ບັນດາສູນ

ທີ່ສາມາດສ້າງລາຍຮັບດ້ານການເງິນກຸ້ມຕົນເອງທາງດ້ານງົບປະມານ ເຊິ່ງປັດຈຸບັນ, ລັດຖະບານ ໄດ້ທົດລອງຢູ່ 5 ພາກສ່ວນຄື: ໂຮງໝໍມະໂຫສົດ, ໂຮງໝໍໄຊເສດຖາທິຣາດ, ໂຮງໝໍມິດຕະພາບ, ມະຫາວິທະຍາໄລແຫ່ງຊາດແລະ ວິທະຍາໄລເຕັກນິກປາກປ່າສັກ).

ຖ້າພວກເຮົາສາມາດຫັນໄດ້ສຳເລັດຕາມຄາດໝາຍ ພວກເຮົາກໍ່ຈະສາມາດຈັດສັນໂກຕ້າລັດຖະກອນຄູ, ແພດ ແລະ ລັດຖະກອນອື່ນໆຂອງບັນດາຫົວໜ່ວຍວິຊາການ ໄປໃຫ້ເຂດຫ່າງໄກສອກຫລີກ, ເຂດທຸລະກັນດານ ແລະ ຂະແໜງການອື່ນໆທີ່ຍັງຂາດແຄນ.

ພ້ອມກັນນັ້ນ, ກໍໃຫ້ກະຊວງກ່ຽວຂ້ອງ ຄົ້ນຄວ້າສັບຊ້ອນ ລັດຖະກອນຄູ ຢູ່ໃນຕົວເມືອງ ທີ່ເຫລືອລົງໄປປະຈຳຢູ່ເຂດຊົນນະບົດ, ສືບຕໍ່ຕິດຕາມ, ກວດກາ ແລະ ຄວບຄຸມການຍົກຍ້າຍ ຂອງລັດຖະກອນຄູ ຢູ່ເຂດຫ່າງໄກສອກຫລີກ ເຂົ້າສູ່ຕົວເມືອງ ແລະ

ຍົກ ຍ້າຍມາເປັນລັດຖະກອນບໍລິຫານ, ນອກຈາກນັ້ນ ໃຫ້ສືບຕໍ່ເກັບກຳຂໍ້ມູນລັດຖະກອນຄູສາຍວິຊາສະເພາະທີ່ຍັງຂາດເຂີນ ເພື່ອວາງແຜນສ້າງບຸກຄະລະກອນ ສາຍວິຊາສະ ເພາະທີ່ຍັງຂາດເຂີນ

ພ້ອມທັງສືບຕໍ່ເກັບກຳຂໍ້ມູນ ພະນັກງານອາສາສະໝັກ, ພະນັກ ງານຕາມສັນຍາໃຫ້ມີຄວາມຊັດເຈນ.

ຊົມຄລີບ

ຂ່າວ: ທະນູທອງ ພາບ: ອ່າຍຄຳ

Leave a Reply

Your email address will not be published. Required fields are marked *

Back to top button