ໃນໄລຍະຫລາຍປີຜ່ານມາຫຼາຍນັກເຕະບານລາວ ຖືກລົງໂທດຖານລົ້ມບານ

ຂ່າວຮືຮາໃນວົງການບານເຕະລາວເຮົາພວມເປັນກະແສໂດ່ງດັງໄປທົ່ວໂລກອອນລາຍ ອັນສາເຫດກຍ້ອນວ່າວົງການບານເຕະສາກົນ ຫລື ຟີຟາ ໄດ້ລົງໂທດນັກກິລາບານເຕະລາວເຮົາ ເຊິ່ງມີຈຳນວນເຖິງ 45 ຄົນ

ໃນໄລຍະຫລາຍປີຜ່ານມາ.ແນວໃດກໍຕາມ, ແຫລ່ງຂ່າວກໍບໍ່ໄດ້ລະບຸຢ່າງລະອຽດວ່າໃນຈຳນວນຜູ້ທີ່ຖືກລົງໂທດນີ້ມີຊື່ແນວໃດ, ຖືກລົງໂທດໃນປີໃດ,

ໃນບັ້ນໄປແຂ່ງຂັນຢູ່ໃສ, ລາຍການໃດ ແລະ ຢູ່ປະເທດໃດ ພຽງແຕ່ບອກວ່າໃນຈຳນວນ 45 ຄົນນີ້ຖືກລົງໂທດບໍ່ໃຫ້ຫຍຸ້ງກ່ຽວກັບບານເຕະຈົນຕະຫລອດຊີວິດ.

ຈາກການຖະແຫລງຂ່າວຂອງທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ ໄດ້ແຈ້ງໃຫ້ຮູ້ໃນວັນທີ 7 ມັງກອນ 2022 ນີ້ວ່າ: ມາຮອດປັດຈຸບັນມີນັກກິລາບານເຕະຂອງລາວເຮົາຖືກສະຫະພັນບານເຕະສາກົນ ຫລື FIFA ລົງໂທດຫ້າມຫຍຸ້ງກ່ຽວກັບກິລາບານເຕະຕະຫລອດຊີວິດ.

ໃນການລົງໂທດແບບນີ້ແມ່ນຖືກກວດສອບວ່າມີສ່ວນພົວພັນກັບການສໍ້ໂກງຜົນການແຂ່ງຂັນທີ່ໄດ້ສະສົມມາເປັນເວລາຫລາຍປີ ເຮັດໃຫ້ມີຜົນກະທົບໂດຍກົງຕໍ່ການຄັດເລືອກເອົານັກກິລາບານເຕະທີມຊາດເພື່ອເຂົ້າຮ່ວມແຂ່ງຂັນລາຍການຕ່າງໆໃນລະດັບສາກົນ.

ທ່ານ ຄຳແພງ ວົງຂັນຕີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ ຍັງໄດ້ຊີ້ແຈງໃຫ້ຊາບຕື່ມວ່າ: ໃນໄລຍະຜ່ານມາ ທາງສະຫະພັນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ນັກກິລາທຸກຄົນມີນ້ຳໃຈຮັກຊາດ ນ້ຳໃຈເສຍສະຫລະເພື່ອປະເທດຊາດ.

ກ່ອນໄປຮ່ວມການແຂ່ງຂັນແຕ່ລະຄັ້ງກໍມີການນຳຂັ້ນສູງທີ່ຕາງໜ້າໃຫ້ລັດຖະບານໄດ້ພົບປະໂອ້ລົມ ເພື່ອສ້າງຂວັນກຳລັງໃຈ, ຮຽກຮ້ອງໃຫ້ນັກກິລາທຸກຄົນເຄັ່ງຂັດຕໍ່ລະບຽບວິໄນ, ມີນ້ຳໃຈຮັກຊາດ ເສຍສະຫລະເພື່ອກຽດສັກສີ ແລະ ສ້າງຊື່ສຽງມາໃຫ້ປະເທດຊາດ.

ແຕ່ກົງກັນຂ້າມ ມີນັກກິລາບານເຕະບາງຄົນບໍ່ເຊື່ອຟັງຄຳສັ່ງຄຳແນະນຳຈາກຂັ້ນເທິງ, ເຫັນແກ່ຜົນປະໂຫຍດສ່ວນຕົວຈຶ່ງມີຜົນພວງໄປເຖິງການລົ້ມບານຈົນຖືກອົງການກ່ຽວຂ້ອງລົງໂທດຢ່າງສາສົມ.

ແນວໃດກໍດີ, ຕາມທິດກໍ່າວ່າ ການລົ້ມບານໃນການໄປແຂ່ງຂັນແຕ່ລະຄັ້ງນັ້ນ ອາດບໍ່ແມ່ນສະເພາະແຕ່ນັກກິລາຄົນດຽວ ຫລື ກຸ່ມຄົນ ອາດແພ່ລາມໄປຮອດຄູຝຶກ, ຄະນະນຳທີ່ຕ້ອງກວດສອບຢ່າງເຄັ່ງຂັດຊັດເຈນ ແລະ ເດັດຂາດ

ຖ້າເຫັນວ່າມີກະໂທງຄວາມຜິດແທ້ ຕ້ອງຖືກລົງໂທດທາງແພ່ງ ແລະ ທາງອາຍາຕາມກົດໝາຍຂອງບ້ານເຮົາຕື່ມອີກ ຖ້າບໍ່ດັ່ງນັ້ນມັນຈະບໍ່ເຂັດຫລາບ. ບັນຫາປາກົດການຫຍໍ້ທໍ້ດ້ານນີ້ມັນຈະບໍ່ສິ້ນສຸດໃນວົງການກິລາບານເຕະທີມຊາດຂອງລາວເຮົາ

ເພາະການລົ້ມບານຄືການຂາຍຊາດ, ຂາຍໜ້າປະຊາຊົນທີ່ເຂົາມີຄວາມຫວັງ ແລະ ຄວາມເຊື່ອໝັ້ນ. ກິລາຄືທູດວັດທະນະທຳຂອງຊາດ ແລະ ຕາງໜ້າປະຊາຊົນ ຫາກບໍ່ແມ່ນໄປຂາຍຊາດ, ຂາຍໜ້າປະຊາຊົນ.

ໂດຍ: ທິດກໍ່າ

Leave a Reply

Your email address will not be published. Required fields are marked *

Back to top button