ຂໍຄວາມຊ່ວຍເຫຼືອ!.. ຖືກຫລອກ ຂາຍຄຳ 20 ບາດ

ຂໍຄວາມຊ່ວຍເຫຼືອ 🙏🙏🙏 ຫມູ່ເພື່ອນທຸກຄົນ ຜູ້ໃດພົບເຫັນບຸກຄົນດັງກ່າວ ຢູ່ສະຫວັນນະເຂດ ຫຼື ມຸກດາຫານ ຊ່ວຍຕິຕໍ່ມາທາງຮ້ານຄຳມາໄລດ່ວນ ລູກຄ້າຊື້ຄຳນ້ຳໜັກ 20 ບາດ ມູນຄ່າ 6 ແສນກວ່າບາດ ແລະ

ໂອນຈ່າຍຜ່ານທາງບັນຊີທະນະຄານແຕ່ຕໍ່ມາປາກົດເງິນຖືກໂອນຖືກຍົດເລີກ ຜູ້ກ່ຽວໄດ້ຄຳແລ້ວຟ້າວອອກຈາກຮ້ານ ຕອນນີ້ບໍ່ສາມາດຕິດຕໍ່ໄດ້

..

ເຫດການ : ຜູ້ກ່ຽວເປັນຜູ້ຊາຍ ໄວກາງຄົນ ເວົ້າພາສາໄທ ໄດ້ເຂົ້າມາຊື້ຄຳຢູ່ຮ້ານຄຳມາໄລ ສະຫວັນນະເຂດ ບ້ານໂພນສະຫວ່າງໃຕ້ ັນ້າຄິວລົດຫຼັກ3 ວັນທີ 15/6/2022 ແລະໄດ້ຂໍຊຳລະເງິນໂອນຄ່າຄຳເປັນບັນຊີໄທ ໂດຍການໂອນເງິນ

ມີຍອດເງິນເຂົ້າປົກກະຕິຕອນຊື້ແຕ່ຫຼັງຈາກນັ້ນຍອດເງິນຖືກຍົກເລີກ ທາງທະນາຄານວ່າເປັນຍອດເງິນຂອງເຊັກ CHECK ( ເຊັກທີ່ລໍຖ້າເຄຍເຂົ້າບັນຊີ ) ແຕ່ຂຶ້ນໂຊໃນບັນຊີມີຍອດເຂົ້າປົກກະຕິ ຂຶ້ນວ່າ CLEARING CHECK ເຊິ່ງທະນາຄານໃຫ້ຂໍ້ມມູນວ່າເປັນເງິນເຊັກທີ່ສັ່ງຈ່າຍບໍ່ມີເງິນໃນບັນຊີຈຶ່ງຖືກຍົກເລີກພາຍຫຼັງ

..

ເຊິ່ງທາງຮ້ານເຂົ້າໃຈວ່າຖ້າມີຍອດເງິນເຂົ້າແລ້ວແມ່ນການໂອນຈ່າຍສຳເຫຼັດແຕ່ບໍ່ແມ່ນແນວນັ້ນ ທາງທະນາຄານວ່າແບບນີ້ເອີ້ນວ່າເຊັກເດັ້ງ ເຊິ່ງຜຸ້ຊື້ນ້າຈະຮູ້ຢູ່ແລ້ວແຕ່ວ່າບັນຊີບໍ່ມີເງິນ

ແຕ່ເຮັດການໂອນເງິນເຂົ້າມາໃຫ້ເຫັນຍອດເງິນ ແລະເອົາຄຳອອກໄປຈາກຮ້ານ ຢ່າງຮີບຮ້ອນ ບິນກະບໍເອົາ ເຊິ່ງທາງຮ້ານກະແປກໃຈວ່າຊື້ຄຳຈຳນວນຫຼາຍແຕ່ບໍ່ເອົາບິນ

..

ຕອນນີ້ບໍ່ສາມາດຕິດຕໍ່ຜຸ້ກ່ຽວໄດ້ ຢາກຂໍຄວາມຊ່ວຍເຫຼືອໃຜທີ່ພົບເຫັນບຸກຄົນດັງກ່າວ ຂ້າມດ່ານໄທລາວ ມາມື້ໃດ ພັກຢູ່ໃສ ໄປມາແຖວໃດ ໄປກິນຮ້ານອາຫານໃດ ຫຼື ເຄີຍຂຶ້ນລົດຄັນໃດ ກະລຸນາຊ່ວຍແຈ້ງເບາະແສໃຫ້ທາງຮ້ານຄຳມາໄລແນ່ ໃຫ້ຜູ້ກ່ຽວມາພົວພັນນຳທາງທາງຮ້ານແນ່

ໂທ : 02055553001, 020 96 385 177

ຊົມຄີບ 1

ຊົມຄລີບ 2

ຊື່ຜູ້ ລາຍບະອຽດ

ທີ່ມາ:

Leave a Reply

Your email address will not be published. Required fields are marked *

Back to top button