ລັດຖະບານ ວາງມາດຕະການຮັບມືເລື່ອງ ລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບ

ລັດຖະບານ ວາງມາດຕະການຮັບມືເລື່ອງ ລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບ

ປະເທດລາວເປັນອີກປະເທດໜຶ່ງທີ່ກຳລັງ ປະເຊີນກັບບັນຫາທາງເສດຖະກິດ ໂດຍສະເພາະ ໃນໄລຍະທີ່ຜ່ານມາ ລາຄາສິນຄ້າ ທັງອຸປະໂພກ ແລະ ບໍລິໂພກ ໄດ້ມີການເພີ່ມຂຶ້ນຢ່າງຕໍ່ເນື່ອ

ງ ສົ່ງຜົນກະທົບຕໍ່ການດຳລົງຊີວິດປະຈຳວັນຂອງປະຊາຊົນຢ່າງໜັກ ແລະ ເພື່ອແກ້ໄຂບັນຫາດັ່ງກ່າວ, ທາງລັດຖະບານກໍຄື ກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ຮີບຮ້ອນກຳນົດມາດຕະການສຳຄັນເພື່ອຮັບມື ກັບລາຄາສິນຄ້າ ແລະ ຄ່າຄອງຊີບໃນຕໍ່ໜ້າ ເພື່ອຮັກສາສະພາບການເໜັງຕີງຂອງລາຄາສິນຄ້າ.

ທ່ານນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າໄດ້ຊີ້ແຈງມາດຕະການຮັບມືກັບລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ຄ່າຄອງຊີບໃນຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມິຖຸນາ 2022 ວ່າ:

ເພື່ອຮັກສາສະພາບການເໜັງຕີງຂອງລາຄາສິນຄ້າ ໃນສະພາບການຂະຫຍາຍຕົວຂອງເສດຖະກິດໂລກທີ່ຍັງຈະຜັນຜວນ, ກະທົບແຮງນັ້ນ, ພວກເຮົາໄດ້ຮີບຮ້ອນກຳນົດຫຼາຍມາດຕະການສຳຄັນເຊັ່ນ:

ເພີ່ມທະວີການຄຸ້ມຄອງສິນຄ້າອຸປະໂພກ-ບໍລິໂພກໂດຍການສ້າງກົນໄກຕິດຕາມລາຄາສິນຄ້າຢ່າງເປັນລະບົບ, ປົກກະຕິ, ທັນສະໄໝ ແລະ ທົ່ວເຖິງ ທັງກຳນົດໄລຍະເວລາ ແລະ ແຜນດຳເນີນງານຕິດຕາມການເໜັງຕີງລາຄາສິນຄ້າແຕ່ລະໄລຍະຢ່າງລະອຽດ ແລະ ຈະເຮັດສຳເລັດໃນປີ 2023.

ຂະນະດຽວກັນຈະສົມທົບກັບກະຊວງແຜນການ ແລະ ການລົງທຶນ ຮ່ວມຄົ້ນຄວ້າການເໜັງຕີງຕາມດັດສະນີລາຄາສິນຄ້າ ພ້ອມທັງຊຸກຍູ້ຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະຂະແໜງກະສິກຳ ແລະ ປ່າໄມ້ໃຫ້ເປັນເຈົ້າການກຳນົດຕົ້ນທຶນ ແລະ ຄຸ້ມຄອງລາຄາການຜະລິດ ໂດຍສະເພາະຕົ້ນທຶນການຜະລິດທີ່ຕິດພັນກັບການປູກຝັງ ແລະ ກາ່ນລ້ຽງສັດໃຫ້ສຳເລັດໃນ 6 ເດືອນທ້າຍປິີນີ້.

ໂດຍໄດ້ວາງ 6 ມາດຕະການອອກມາດັ່ງນີ້: ເປັນເຈົ້າການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ກຳນົດໂຄງປະກອບລາຄານັບແຕ່ຂອດຕົ້ນທຶນການຜະລິດ ຈົນຮອດຂາຍຍ່ອຍ; ສົມທົບແໜ້ນປັບປຸງລະບົບກົນໄກການຄຸ້ມຄອງລາຄາສິນຄ້າ,

ຕົ້ນທຶນການຜະລິດ, ລາຄາກາງສຳລັບສິນຄ້າຈຳເປັນ, ສິນຄ້າຍຸດທະສາດໃຫ້ທັນກັບຄວາມເປັນຈິງໃຫ້ສຳເລັດປີ 2023; ດັດສົມລາຄາສິນຄ້າຈຳເປັນເພື່ອກຳນົດບູລິມະສິດຄວາມຕ້ອງການ ແລະ ການສະໜອງສິນຄ້າ ເພື່ອຄວບຄຸມລາຄາສິນຄ້າບໍ່ໃຫ້ຜັນຜວນໄວຕາມອັດຕາເງິນເຟີ້ ໃຫ້ສຳເລັດປີ 2023;

ສ້າງຄວາມສະດວກ ໃຫ້ແກ່ການເຄື່ອນຍ້າຍສິນຄ້າພາຍໃນປະເທດ, ຫຼຸດຜ່ອນຂອດຂັ້ນເພື່ອຫຼຸດຜ່ອນຕົ້ນທຶນຂອງຜູ້ປະກອບການ; ເພີ່ທະວີການສ້າງຄວາມເຂັ້ມແຂງໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງໃຫ້ກວ້າງຂວາງ ແລະ ທົ່ວເຖິງ; ສຸມໃສ່ອຸດສາຫະກຳປຸງແຕ່ງທີ່ມີໜໍ່ແໜງເພື່ອການດຶງດູດການລົງທຶນ ແລະ

ຊຸກຍູ້ການເຊື່ອມໂຍງເຂົ້າຕ່ອງໂສ້ການຜະລິດພາກພື້ນ ແລະ ສາກົນໃຫ້ຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ, ສ້າງຄວາມສາມາດໃນການສົ່ງອອກໃຫ້ຫຼາຍຂຶ້ນ ໂດຍເນັ້ນໃສ່ 8 ອຸດສາຫະກຳ ແລະ ຫັດຖະກຳທີ່ມີທ່າແຮງບົ່ມຊ້ອນ.

ທີ່ມາ: ວຽງຈັນທາຍ

Leave a Reply

Your email address will not be published. Required fields are marked *

Back to top button