ຫລັກເຫລັກເສົາໄຟຟ້າ ໄດ້ໃຊ້ແທນຄວາມເສຍຫາຍຫລາຍຮ້ອຍລ້ານ

ເມື່ອບໍ່ດົນມານີ້, ຈໍາເລີຍຊື່ ທ້າວ ຕຸ້ຍ ອາຍຸ 27 ປີ ຢູ່ບ້ານຈະເລີນ ເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຖືກ ຄະນະສານອາຍາຂັ້ນຕົ້ນ ແຂວງບໍລິຄໍາໄຊ ຕັດສິນລົງໂທດຈໍາຄຸກ 3 ປີ ແລະ ປັບໃໝ 5.000.000 ກີບ ໃນສະຖານການລັກຊັບເປັນອາຈິນ ພ້ອມທັງໃຫ້ຮັບຜິດຊອບໃຊ້ແທນຄ່າເສຍຫາຍ ຈໍານວນ 666 ລ້ານກວ່າກີບ ຄືນໃຫ້ ລັດວິສາຫະກິດໄຟຟ້າລາວ.

ຕໍ່ກັບການກະທໍາຂອງຈໍາເລີຍ ຕາງໜ້າອົງການໄອຍະການປະຊາຊົນ ແຂວງບໍລິຄໍາໄຊ ເປີດເຜີຍວ່າ:

ພາຍຫຼັງທີ່ ເຈົ້າໜ້າທີ່ ປກສ ແຂວງບໍລິຄໍາໄຊ ໄດ້ຮັບແຈ້ງຄວາມຈາກ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍລິຄຳໄຊ ວ່າມີກຸ່ມຄົນບໍ່ຫວັງດີຈໍານວນໜຶ່ງ ໄດ້ເຄື່ອນໄຫວລັກເຫຼັກສານເສົາໄຟຟ້າແຮງສູງ ແລະ ນ໋ອດຈັບເສົາໄຟ ຢູ່ເຂດທາງເຂົ້າເຂື່ອນນໍ້າເທີນ 1 ເມືອງປາກກະດິງ

ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ສົມທົບກັບ ປກສ ເມືອງປາກກະດິງ ລົງຊັນນະສູດສະຖານທີ່ເກີດເຫດ ແລະ ຕິດຕາມການເຄຶ່ອນໄຫວຂອງກຸ່ມຄົນບໍ່ດີ, ຈົນມາຮອດວັນທີ 19 ເມສາ 2021 ຈຶ່ງສາມາດກັກຕົວ ທ້າວ ຕຸ້ຍ ມາດໍາເນີຄະດີຕາມລະບຽບກົດໝາຍ.

+ ຜ່ານການສືບສວນ-ສອບສວນ ທ້າວ ຕຸ້ຍ ໃຫ້ການຮັບສາລະພາບວ່າ:

ໃນເດືອນເມສາ 2021, ໄດ້ຮ່ວມກັບພັກພວກເຄື່ອນໄຫວລັກຊັບ ປະເພດເຫຼັກສານເສົາໄຟຟ້າແຮງສູງ ແລະ ນ໋ອດຈັບເສົາໄຟ ຢູ່ເຂດທາງເຂົ້າເຂື່ອນນ້ຳເທີນ 1 ຈໍານວນ 5 ຄັ້ງ ຄື:

ຄັ້ງທີ 1: ສາມາດລັກເຫຼັກໄດ້ຈໍານວນ 8 ເສັ້ນ ແລະ ນ໋ອດ 4 ກິໂລກຼາມ

ຄັ້ງທີ 2: ລັກເຫຼັກໄດ້ 8 ເສັ້ນ ແລະ ນ໋ອກຈໍານວນໜຶ່ງ

ຄັ້ງທີ 3: ໄດ້ໄປລັກເອົາເຫຼັກສານເສົາໄຟ ແລະ ນ໋ອດ ຈໍານວນ 24 ກິໂລກຼາມ

ຄັ້ງທີ 4: ລັກເຫຼັກໄດ້ 2 ເສັ້ນ ແລະ ນ໋ອດຈໍານວນໜຶ່ງ

ຄັ້ງສຸດທ້າຍ: ໄດ້ໄປລັກເອົາເຫຼັກສານເສົາໄຟຟ້າ ຈໍານວນ 19 ເສັ້ນ ພ້ອມນ໋ອດ

ເມື່ອລັກໄດ້ແລ້ວ ກໍນໍາໄປຂາຍໃຫ້ຮ້ານຮັບຊື້-ຂາຍເຫຼັກເສດ ເປັນຄົນສັນຊາດຫວຽດນາມ ໄດ້ເງິນທັງໝົດ 276.000 ກີບ ແລ້ວມາແບ່ງກັນໄປໃຊ້ຈ່າຍຫຼິ້ນກິນຟຸມເຟືອຍຈົນໝົດ; ຈາກນັ້ນ, ໄລຍະຕໍ່ມາ ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ.

ການກະທໍາຂອງ ທ້າວ ຕຸ້ຍ (ຈໍາເລີຍ) ແມ່ນແຕະຕ້ອງເຖິງສິດ ແລະ ກຳມະສິດຂອງລັດ ຫຼື ລວມໝູ່, ເຮັດໃຫ້ສັງຄົມບໍ່ມີຄວາມເປັນລະບຽບຮຽບຮ້ອຍ, ບ້ານເມືອງບໍ່ມີຄວາມສະຫງົບສຸກປອດໄພ, ທັງໆທີ່ຜູ້ກ່ຽວກໍຮູ້ແລ້ວວ່າ: ການລັກຊັບຂອງຄົນອື່ນມາເປັນຂອງຕົນ ທັງຕໍ່ໜ້າ ແລະ ຫຼັບຫຼັງ ແມ່ນຜິດຕໍ່ລະບຽບກົດໝາຍ ແຕ່ຜູ້ກ່ຽວມີເຈດຕະນາລັກ,

ຈຶ່ງເຫັນວ່າເປັນການກະທໍາຜິດທາງອາຍາສະຖານການລັກຊັບເປັນອາຈິນ ເຊິ່ງຜິດໃນມາດຕາ 231 ວັກ 3 ຂອງປະມວນກົດໝາຍອາຍາ; ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ, ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນ ແຂວງບໍລິຄໍາໄຊ ຈຶ່ງເຫັນຄວນພິຈາລະນາຕັດສິນລົງໂທດຈໍາຄຸກຈໍາເລີຍ 3 ປີ ປັບໃໝ 5.000.000 ກີບ ພ້ອມທັງໃຫ້ໃຊ້ແທນຄ່າເສຍຫາຍຄືນໃຫ້ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍລິຄໍາໄຊ ເປັນເງິນຈໍານວນ 666.714.408 ກີບ.

ສ່ວນຂອງກາງຄະດີທີ່ເຈົ້າໜ້າທີ່ສາມາດກູ້ຄືນມາໄດ້ ມີເຫຼັກ 68 ເສັ້ນ, ນ໋ອດ 35,5 ກິໂລກຼາມ ທີ່ ທ້າວ ຕຸ້ຍ ແລະ ພັກພວກລັກໄປ ໄດ້ມອບຄືນໃຫ້ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍລິຄໍາໄຊ ແລ້ວ.

ສໍາລັບຜູ້ທີ່ເອົາຕົວຫຼົບໜີ ເຈົ້າໜ້າທີ່ຕໍາຫຼວດ ໄດ້ຂຶ້ນບັນຊີເປົ້າໝາຍນໍາຈັບຕົວ, ຖ້າພົບເຫັນ ແລະ ຈັບຕົວພວກກ່ຽວໄດ້ ກໍຈະນໍາມາດໍາເນີນຄະດີຕາມລະບຽບກົດໝາຍຕາມພາຍຫຼັງ.

ສ່ວນຮ້ານທີ່ໄດ້ຮັບຊື້-ຂາຍເຫຼັກຈໍານວນດັ່ງກ່າວ ເຈົ້າໜ້າທີ່ກໍໄດ້ສ້າງບົດບັກທຶກສຶກສາອົບຮົມ ຖ້າຫາກຍັງມີການເຄື່ອນໄຫວຮັບຊື້-ຂາຍຊັບຜິດກົດໝາຍອີກ ກໍຈະນໍາຕົວມາດໍາເນີນຄະດີຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

ແນວໃດກໍຕາມ, ເຈົ້າໜ້າທີ່ຍັງໄດ້ຮຽກຮ້ອງມາຍັງ ອົງການຈັດຕັ້ງຂັ້ນຕ່າງໆ, ອໍານາດການຈັດຕັ້ງທຸກບ້ານ ຕະຫຼອດຮອດພໍ່-ແມ່ປະຊາຊົນບັນດາເຜົ່າ ຈົ່ງຊ່ວຍກັນເປັນຫູ-ເປັນຕາໃຫ້ແກ່ເຈົ້າໜ້າທີ່, ໃຫ້ທາງພາກລັດ-ເອກະຊົນ, ຖ້າຫາກພົບເຫັນບຸກຄົນ ຫຼື ກຸ່ມຄົນໃດທີ່ມີການປະພຶດເຄື່ອນໄຫວກະທໍາຜິດ, ກໍ່ເຫດລັກຊັບ

ຫຼື ອື່ນໆທີ່ຜິດຕໍ່ລະບຽບກົດໝາຍ ກໍໃຫ້ຮີບຮ້ອນລາຍງານຕໍ່ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງໂດຍດ່ວນ ເພື່ອພ້ອມກັນຕ້ານ, ສະກັດກັ້ນ ແລະ ແກ້ໄຂໃຫ້ທັນສະພາບການ, ແນໃສ່ປົກປັກຮັກສາຊັບສິນຂອງລັດ, ຂອງລວມໝູ່ ແລະ ຂອງພໍ່-ແມ່ປະຊາຊົນບັນດາເຜົ່າ.

ສໍາລັບບຸກຄົນໃດທີ່ໄດ້ເຄື່ອນໄຫວກະທໍາຜິດ, ເຄື່ອນໄຫວລັກຊັບ ກໍຂໍໃຫ້ຢຸດເຊົາ, ຫັນມາປະກອບອາຊີບທໍາຫາກິນຢ່າງຊື່ສັດສຸດຈະລິດ, ບໍ່ເຮັດຜິດຕໍ່ລະບຽບກົດໝາຍ ເພາະຖ້າຫາກບໍ່ຢຸດເຊົາ ຫຼື ຍັງສືບຕໍ່ເຄື່ອນໄຫວກະທໍາຜິດຕໍ່ລະບຽບກົດໝາຍ ເມື່ອເຈົ້າໜ້າທີ່ຈັບໄດ້ໄລ່ທັນ ກໍຈະຖືກຈັບຕົວມາດໍາເນີນຄະດີຢ່າງເຂັ້ມງວດ.

Leave a Reply

Your email address will not be published. Required fields are marked *

Back to top button