ອຸດົມໄຊເຮັດແທ້! ໃຜລະເມີດຖືກປັໄຫມ

ເຖິງ: ບັນດາທ່ານຫົວຫນ້າຫ້ອງການ, ສອງກອງບັນຊາການ ປກຊ-ປກສ, ສານປະຊາຊົນເຂດ I, ໄອຍະການປະຊາຊົນເຂດ I, ຄະນະພັກຮາກຖານກຸ່ມບ້ານ , ນາຍບ້ານ 22 ບ້ານໃນເທດສະບານເມືອງໄຊຕະຫຼອດຮອດຫົວຫນ່ວຍທຸລະກິດ ແລະ ປະຊາຊົນບັນດາເຜົ່າ ພາຍໃນ ເມືອງໄຊ.

ເລື່ອງ: ມາດຕະການສືບຕໍ່ຈັດປະຕິບັດມາດຕະການເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເເຕ່ວັນທີ 30 ພະຈິກ 2021 ເຖີງ 14 ທັນວາ 2021

ຜ່ານການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄ ວິດ-19 ທ້າຍເດືອນ ພະຈິກ 2021 ນີ້ ຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຊຸມຊົນພາຍໃນແຂວງ ອຸດົມ ໄຊ ກໍ່ເທດສະບານເມືອງໄຊ ແລະ ແຜ່ເຊື້ອຂະຫຍາຍເປັນວົງກວາງ ເຖີງບັນດາບ້ານ-ກຸ່ມບ້ານໃນທົ່ວເມືອງໄຊ

ດັ່ງນັ້ນ, ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເມືອງໄຊ ຈຶ່ງໄດ້ອອກແຈ້ງການເພີ່ມເຕີມ ເພື່ອສືບຕໍ່ປະຕິບັດບັນດາມາດຕະການຄື:

1. ສືບຕໍ່ປະຕິບັດຕາມເນື້ອໃນແຈ້ງການຂອງສະຄະນະສະເພາະກິຂັ້ນແຂວງ ສະບັບເລກທີ 1180/ສພັກ ,ວັນທີ່ – 30 ພະຈິກ 2021 ຢ່າງເຂັ້ມງວດ;

2. ຕໍ່ກັບຜູ້ທີ່ບໍ່ປະຕິບັດຕາມາດຕະການ ບໍ່ໃສ່ຜ້າປິດປາກ-ດັງ ແມ່ນໃຫ້ປັບໃຫມ 20.000 ກີບ/ຄົນ/ຄັ້ງ;

3. ສືບຕໍ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ອອກໄປຕື່ມ 14 ວັນ ໃນຕໍ່ຫນ້າເລີ່ມແຕ່ວັນທີ 30 – ພະຈິກ 2021 ຫາ 14 ທັນວາ 2021;

4. ສືບຕໍ່ການແບ່ງເວນຍາມປະຈໍາການປົກກະຕິ;

5. ສືບຕໍ່ໂຈະການຮຽນ-ການສອນ ອີກ 14 ມື້;

6. ສືບຕໍ່ແກ້ໄຂ ພາກສ່ວນທີ່ຕິດເຊື້ອພະຍາດໂຄວິດ 19 ທີ່ໄດ້ປິ່ນປົວຢູ່ເຮືອນ ມອບໃຫ້ບ້ານຕິດຕາມ, ຄຸມຄອງບໍ່ໃຫ້ຄົນໃນເຮືອນ ທີ່ມີຄົນຕິດເຊື້ອອອກຈາກບໍລິເວນພື້ນທີ່ເຮືອນຕົນເອງ

7. ມອບຄວາມຮັບຜິດຊອບໃຫ້ ຄະນະພັກ, ຫົວຫນ້າ ຫຼື ຮອງຫ້ອງການ ສືບຕໍ່ຫັນລົງປະຈໍາການຢູ່ບາະແຮກສ່ຽວຂອງຕົນ ເພື່ອປຶກສາ, ວາງແຜນ, ຊຸກຍູ້ວຽກງານຮອບດ້ານຢູ່ພາຍໃນບ້ານ ເເລະ ນໍາພາຕວາງ,

ດັ່ງນັ້ນ, ຄະນະສະເພາະກິດຂັ້ນເມືອງ ຈຶ່ງໄດ້ອອກແຈ້ງການເພີ່ມເຕີມສະບັບນີ້ ເພື່ອພ້ອມກັນ ສືບຕໍ່ ປະຕິບັດມາດຕະການປ້ອງກັນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ;

Leave a Reply

Your email address will not be published. Required fields are marked *

Back to top button