ຂ່າວດີ!.. ແຈ້ງດ່ວນ ປັບປຸງແຮງງານຂັ້ນຕໍ່າໃໝ່ ແລ້ວ

ຂ່າວດີ ປັບປຸງແຮງງານຂັ້ນຕໍ່າໃໝ່ ຈາກ 1.100.000 ກີບ ມາເປັນ 1.300.000ກີບ

ປັບຄັ້ງທີ 01 ປັບຂຶ້ນ 100.000 ກີບ ເລີ່ມໃນວັນທີ 1/8/2022

ຄັ້ງທີ 02 ປັບຂຶ້ນຕື່ມ 100.000 ກີບ ເລີ່ມໃນວັນທີ 1/5/2023

ອີງຕາມ ການຕົກລົງ ແລະ ການຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 06 ມິຖຸນາ 2022. ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ການຊີ້ນຳຂອງທ່ານ ນາຍົກລັດຖະມົນຕີມາຍັງທ່ານຊາບວ່າ “ ເຫັນດີຕາມການສະເໜີຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມຄື:

1. ໃຫ້ປັບປຸງຄ່າແຮງງານຂັ້ນຕໍ່າໃໝ່ ສໍາລັບຜູ້ອອກແຮງງານ ຈາກ 1.100.000 ກີບ ມາເປັນ 1.300.000ກີບ ໂດຍ ຄັ້ງທີ 01 ປັບຂຶ້ນ 100.000 ກີບ ມີຜົນໃນວັນທີ 01 ສິງຫາ 2022 ແລະ ຄັ້ງທີ 02 ປັບຂຶ້ນຕື່ມ 100.000 ກີບ ມີຜົນໃນ ວັນທີ 01 ພຶດສະພາ 2023.

2. ໃຫ້ສະຫະພັນກຳມະບານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຊຸກຍູ້ຜູ້ອອກແຮງງານ ຫຼື ຜູ້ຕາງໜ້າ ເຈລະຈາຕໍ່ລອງ ການເຮັດສັນຍາແຮງງານບຸກຄົນ ຫຼື ລວມໝູ່, ຄ່າແຮງງານ, ນະໂຍບາຍ ແລະ ສະຫວັດດີການອື່ນໆ ທີ່ຕິດພັນ.

3/. ໃຫ້ຫົວໜ່ວຍແຮງງານ ປະຕິບັດການຈ່າຍຄ່າແຮງງານຂັ້ນຕໍ່າສຸດ ໃຫ້ສະເພາະຜູ້ທີ່ນອນໃນເງື່ອນໄຂ ເທົ່ານັ້ນ. ສໍາລັບ ຜູ້ອອກແຮງງານທີ່ມີປະສົບການ, ມີວິຊາຊີບ, ມີວິຊາສະເພາະ ແມ່ນຕ້ອງຈ່າຍຄ່າແຮງງານ

ສູງກວ່າຄ່າແຮງງານຂັ້ນຕໍ່າສຸດ ແລະ ໃຫ້ນຳເອົາຜູ້ອອກແຮງງານຂອງຕົນ ໄປຈົດເຂົ້າໃນລະບົບປະກັນສັງຄົມ ຕາມກົດໝາຍ, ພ້ອມທັງ ອອກລະບຽບການ ກ່ຽວກັບ ການຈັດລະບົບຄ່າແຮງງານຂັ້ນຕໍ່າ ແລະ ອື່ນໆ. ພ້ອມນັ້ນ, ຜູ້ອອກແຮງງານທຸກຄົນ ຕ້ອງໄດ້ຮັບການກວດສຸຂະພາບປະຈຳປີ ຕາມກົດໝາຍກໍານົດ”

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມ ເນື້ອໃນແຈ້ງການສະບັບນີ້ດ້ວຍ

Leave a Reply

Your email address will not be published. Required fields are marked *

Back to top button