ຕົວເເທນປະຊາຊົນ ເອົ້າໃຫ້ ລັດຖະບານ ຄວນ ເປັນຜູ້ ຕັ້ງລາຄາ ປີ້ໂດຍສານ ທາງລົດໄຟ

ນອກຈາກ ທ່ານ ນາງ ວາລີ ເວດສະພົງ ຍັງສະເໜີກ່ຽວ ສະພາບເສດຖະກິດ ເເລະ ການເເກ້ບັນເງິນເຟີ້ຕ່າງໆ ເພິ່ນກໍຍັງສະເໜີກ່ຽວກັບເລື່ອງລາຄາປີ້ລົດໄຟລາວ-ຈີນອີກດ້ວຍ.

ລັດຖະບານຄວນເປັນຝ່າຍກໍານົດລາຄາ ບໍ່ແມ່ນໃຫ້ບໍລິສັດສໍາປະທານເປັນຜູ້ກໍານົດລາຄາເອງ, ເພື່ອບໍ່ໃຫ້ເປັນການຊໍ້າຕື່ມຂະແໜງການທ່ອງທ່ຽວເຂົ້າໄປອີກ,

ຈະປັບປ່ຽນລາຄາຕາມອັດຕາແລກປ່ຽນເງິນຕາບໍ່ໄດ້ ມັນບໍ່ກ່ຽວກັບເງິນຢວນ ເນື່ອງຈາກມັນກະທົບເຖິງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຂະແໜງການທ່ອງທ່ຽວເອງກໍບໍ່ສາມາດເຮັດຫຍັງໄດ້ເລີຍໃນເລື່ອງນີ້.

ນອກນັ້ນ, ທ່ານ ນາງ ວາລີ ເວດສະພົງ ຍັງໄດ້ເວົ້າເລື່ອງເງີນຕາ… ພະນັກງານລັດບາງຄົນ ລ້ວນມຸ່ງຫວັງໃນການສໍ້ລາດບັງຫຼວງ ເພື່ອໃຫ້ໄດ້ເງິນມາໃຊ້ຈ່າຍຟຸມເຟືອຍ ສະໜອງຕັນຫາຂອງຕົນເອງ

ບໍ່ໄດ້ເຮັດຕາມໜ້າທີ່ ລະບຽບການເລີຍແມ່ນແຕ່ໜ້ອຍດຽວ ເກັບເງິນໄດ້100ລ້ານ ກະມອບລັດແຕ່10ລ້ານ ເກັບເງິນໄດ້10ລ້ານ ກະວ່າແຕ່ໄດ້ລ້ານດຽວ ບາດເກັບເງິນໄດ້ລ້ານດຽວລະວ່າ ເກັບບໍ່ໄດ້ເລີຍ.

ແລະ ທ່ານຍັງເວົ້າວ່າ ການນຳເຂົ້າເງີນຕາແມ່ນ ຢູ່ລາວມີຫລາຍແຕ່ ເປັນຫຍັງເງີນຕາຈື່ງບໍ່ພໍສະຫນອງໃຫ້ ຊື້ນ້ຳມັນ . ເຫດນີ້ ອາດຍ້ອນ ເງີນຕາເຂົ້າແມ່ນສ່ວນຫນ້ອຍສຸດ ທີ່ເຂົ້າລະບົບ ສ່ວນທີ່ເຫລືອເຂົ້ານອກລະບົບແມ່ນ ກວມເອົາອາດປະມານ70 ເປີເຊັນ.

ຊົມຄລີບ

cr: ກະແສ່ຂ່າວ

Leave a Reply

Your email address will not be published. Required fields are marked *

Back to top button