ສສ.ຫວຽດ​ນາມ ກຽມປັບຄ່າແຮງງານຂັ້ນຕ່ຳຂຶ້ນ

ສສ.ຫວຽດ​ນາມ ກຽມປັບຄ່າແຮງງານຂັ້ນຕ່ຳຂຶ້ນ 6% ນັບ​ແຕ່​ວັນ​ທີ 1/7 ປີ 2022 ເປັນຕົ້ນໄປ, ຕາມ​ການ​ປະ​ກາດ​ຂອງ​ລັດ​ຖະ​ບານ. ນັບເປັນເທື່ອທຳອິດນັບແຕ່ປີ 2009 ທີ່​ມີການປັບຂຶ້ນຄ່າແຮງຂັ້ນຕ່ຳ ໃນກາງປີ ແທນທີ່ຈະເປັນຕົ້ນປີຄືທີ່ຜ່ານມາ.

ການປັບຂຶ້ນຂອງຄ່າແຮງແມ່ນປະມານ 180,000-260,000 ດົ່ງ (ປະມານ 113,000-164,000 ກີບ) ຕາມ 4 ຂົງເຂດເງິນເດືອນທີ່ລັດຖະບານກຳນົດ. ເຮັດໃຫ້ຄ່າແຮງຂັ້ນຕ່ຳສະບັບໃໝ່ຈະຂຶ້ນຈາກ 3,25 ລ້ານດົ່ງຫາ 4,68 ລ້ານດົ່ງຕໍ່ເດືອນ (ປະມານ 2,580,000 ກີບ- 2,963,000 ກີບ), ນະໂຍບາຍນີ້ຈະນຳໃຊ້ກັບພະນັກງານທີ່ໄດ້ເງິນລາຍເດືອນ ແລະ ລາຍຊົ່ວໂມງ.

ເງິນເດືອນຕ່ຳສຸດທີ່ລັດຖະບານກໍານົດ, ແມ່ນລະດັບຕໍ່າສຸດສໍາລັບທຸລະກິດຕ່າງໆ. ເປັນພື້ນຖານສໍາລັບການເຈລະຈາ ແລະ ຈ່າຍເງິນໃຫ້ພະນັກງານ, ທີ່ທຸກທຸລະກິດບໍ່ສາມາດໃຫ້ເງິນຄ່າແຮງຕ່ໍາກວ່າ ນີ້ໄດ້ .

ສໍາລັບປະເພດເງິນເດືອນອື່ນໆ ເຊັ່ນ: ການຈ່າຍເງິນປະຈໍາອາທິດ, ປະຈໍາວັນ ຫຼື ການຈ່າຍຄ່າແຮງຕາມຜົນງານ ນາຍຈ້າງສາມາດເລືອກທີ່ຈະປ່ຽນເປັນເງິນເດືອນ ຫຼື ຊົ່ວໂມງໄດ້. ແຕ່ຕ້ອງຮັບປະກັນວ່າຄ່າແຮງທີ່ພະນັກງານໄດ້ຮັບ ຈະບໍ່ຕໍ່າກວ່າຄ່າແຮງຂັ້ນຕ່ໍາທີ່ປະກາດໃຫມ່.

ທີ່ມາ: Vietnam Plus

Leave a Reply

Your email address will not be published. Required fields are marked *

Back to top button