ສີລັງກາ ອະນຸຍາດໃຫ້ພະນັກງານລັດຢຸດພັກວຽກໄປປູກຜັກເພື່ອຫາລ້ຽງຊີບ

ຂປລ.ຕາມ​ຂ່າວ​ຈາກ​ ສີ​ລັງກາ,ວັນ​ທີ14​ມິຖຸນາ​ນີ້, ສີ​ລັງກາ ພວມ​ຜະ​ເຊີນ ​ວິ​ກິດ ດ້ານ​ອາຫານ ​ເຊັ່ນ​ດຽວ​ກັນ​ກັບ ນ້ຳມັ​ນ ​ແລະ ຢາປິ່ນປົວ​ພະຍາດ

. ຂະນະ​ທີ່ ​ໄພ​ເງິນ​ເຟີ້​ສູງ​ຂຶ້ນ ​ສົ່ງ​ຜົນ​ກະທົບ​ ຕໍ່​ລາຍ​ໄດ້ ​ຄົວ​ເຮືອນ.ດັ່ງນັ້ນ ຄະນະ​ລັດຖະມົນຕີ ອະນຸຍາດ ​ໃຫ້​ພະນັກງານ​ລັດ ​ໃຊ້​ວັນພັກ ​ພິ​ເສດ ທຸກ​ວັນ​ສຸກ ​ເປັນ​ເວລາ 3​ເດືອນ ​ໂດຍ​ບໍ່ ​ໄດ້​ຫັກ​ເງິນ​ເດືອນ ຍົກ​ເວັ້ນ ​ເຈົ້າໜ້າ​ທີ່​ ບໍລິຫານ ທີ່​ຈຳ​ເປັນ ​ໄປ​ປູກ​ຜັກ ສວນ​ຄົວ ​ເພື່ອ​ແກ້​ໄຂ​ ບັນຫາ ​ຂາດ​ແຄນ​ອາຫານ ​ໃນ​ຕໍ່ໜ້າ.

ຂະນະ​ທີ່ ລັດຖະບານ ຈະ​ອຳ​ນວຍ​ ຄວາມ​ສະດວກ ທີ່​ຈຳ​ເປັນ​ໃຫ້​ ເພື່ອ​ຍົກ​ສູງ​ ການ​ດຳລົງ​ ຊີວິດ ​ໃຫ້​ດີ​ຂຶ້ນ.ນອກຈາກ​ນີ້ ພະນັກງານ​ລັດ ບໍ່​ຕ້ອງ ​ເດີນທາງ ​ມາ​ເຮັດ​ວຽກ ​ເພື່ອ​ຊ່ວຍ ​ຫລຸດຜ່ອນ ​ການ​ນຳໃຊ້ ​ນ້ຳມັນ​ແພງ ​ແລະ​ ຂາດ​ແຄນນ້ຳມັນ ນັບ​ມື້ ຫລາຍ​ຂຶ້ນ ​ກວ່າ​ເກົ່າ.

ສຳລັບ​ ພະນັກງານ​ລັດ ປະມານ 1,5ລ້ານ​ຄົນ ຖ້າ​ມີ​ຄວາມ​ຕ້ອງການ ອອກ​ໄປ ​ເຮັດ​ວຽກ ຢູ່​ຕ່າງປະ​ເທດ ສາມາດ ​ລາ​ພັກ ​ແບບ​ບໍ່​ຮັບ​ເງິນ​ເດືອນ​ ໄດ້​ເຖິງ 5ປີ ​ໂດຍ​ບໍ່​ກະທົບ​ກັບ ​ຄວາມ​ອາວຸ​ໂສ ຫລື ບຳນານ.

ການ​ເຄື່ອນ​ໄຫວ​ຄັ້ງນີ້ ​​ເພື່ອກະ​ຕຸ້ນ​ ໃຫ້​ປະຊາຊົນ ​ໄປ​ເຮັດ​ວຽກ​ ຕ່າງ​ແດນ​ ຫລາຍ​ຂຶ້ນ ​ແລ້ວ​ສົ່ງ​ເງິນ​ກັບຄືນ ປະ​ເທດ ​ເນື່ອງ​ຈາກ ສີ​ລັງ​ກາ ຂາດ​ແຄນ​ ເງິນຕາ ​ຕ່າງປະ​ເທດ ​ເພື່ອ​ຫາ​ຊື້​ ສິນຄ້າ​ ນຳ​ເຂົ້າ ​ແລະ​ ອື່ນໆ​ອີກ (ພາກ​ຂ່າວ:ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

Leave a Reply

Your email address will not be published. Required fields are marked *

Back to top button