ຄີວລົດສາຍໃຕ້ເປີດແລ້ວ! ໃຜທີ່ຕ້ອງການໄປແຕ່ລະແຂວງນີ້ ໄປໄດ້ ສະບາຍແລ້ວ

ສະຖານີຂົນສົ່ງໂດຍສານສາຍທາງໄກສາຍໃຕ້ – ສາຍຕ່າງປະເທດ ນະຄອນຫຼວງວຽງຈັນ ມີຄວາມພ້ອມ100% ໃນການໃຫ້ບໍລິການພໍ່ແມ່ປະຊາຊົນ, ສ່ວນສາຍທາງແລ່ນລົດ ປັດຈຸບັນມີຄວາມພ້ອມ 80% ຄາດຈະມີລົດແລ່ນມື້ທໍາອີດ 20-30% ຂອງຖ້ຽວປົກກະຕິ.

ທ່ານ ສຸກສະຫວາດ ສີສຸກ ຜູ້ຈັດການທົ່ວໄປສະຖານີຂົນສົ່ງໂດຍສານສາຍທາງໄກສາຍໃຕ້ – ສາຍຕ່າງປະເທດໃຫ້ຮູ້ວ່າ ພາຍຫຼັງທີ່ຄະນະສະເພາະກິດ ໄດ້ອອກແຈ້ງການ ເລກທີ 1494 ລົງວັນທີ 14 ພະຈິກ 2021 ເພີ່ນຜ່ອນຜັນການເດີນທາງຂົນສົ່ງໂດຍສານທາງບົກ, ທາງນໍ້າ, ທາງອາກາດ ຖືວ່າ ສາມາດເດີນທາງໄປໄດ້ປົກະຕິໂດຍບໍ່ໄດ້ເຮັດໜັງສືຢັ້ງຢືນຈາກຕົ້ນທາງ – ປາຍທາງ ໂດຍບໍ່ໄດ້ຈໍາກັດບໍລິເວນສໍາລັບຜູ້ໂດຍສານສັກວັກຊິນຄົບໂດສ.

ເພື່ອກຽມພ້ອມກັບມາເປີດບໍລິການປະຊາຊົນ ໃນວັນທີ 15 ພະຈິກ 2021 ສະຖານີຂົນສົ່ງໂດຍສານສາຍທາງໄກ ສາຍໃຕ້ – ສາຍຕ່າງປະເທດ ກໍ່ໄດ້ ໃຫ້ພະນັກງານເຂົ້າມາອະນາໄມ ສະຖານທີ່, ເຮັດວຽກໃນການຕິດຕໍ່ພົວພັນໄປຫາຜູ້ໃຫ້ບໍລິການສະຖານີຂົນສົ່ງຢູ່ບັນດາແຂວງ ປັດຈຸບັນໂດຍລວມບັນດາແຂວງ ມີຄວາມພ້ອມ 70-80% ເຊິ່ງຍັງມີບາງແຂວງ ທີ່ຍັງຢູ່ໃນການປະສານງານ ຫຼື ໃຫ້ຄໍາຕອບຢັ້ງຢືນການໃຫ້ບໍລິການ ເຊັ່ນ: ແຂວງຊຽງຂວາງ, ເຊກອງ ແລະ ແຂວງ ອັດຕະປື ແຕ່ກໍ່ຄາດວ່າໃນໄວໆນີ້ຈະມີຄວາມພ້ອມທັງໝົດ 3 ແຂວງທີ່ກ່າວມາ.

ສ່ວນແຂວງທີ່ມີຄວາມພ້ອມເປັນຕົ້ນແມ່ນ ແຂວງບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ຈໍາປາສັກ ທາງສະຖານີແມ່ນພ້ອມບໍລິການແລ້ວ. ໃນໄລຍະເປີດທໍາອິດແມ່ນປະຕິບັດມາດຕະການທີ່ຄະນະສະເພາະກິດກໍານົດໄວ້ ຈາກປົກະຕິລົດ 45 ບ່ອນນັ່ງກໍ່ຈະຕັດລົງໃຫ້ໄດ້ເຄິ່ງໜຶ່ງ ຫຼື 20 ກວ່າທີ່ນັ່ງ ເພື່ອຮັກສາໄລຍະຫ່າງ, ສ່ວນລາຄາຄ່າບໍລິການ ແມ່ນຈະຮັກສາປົກກະຕິຢູ່ເຖິງວ່າລາຄານໍ້າມັນຈະມີການປັບຂຶ້ນ ເຊິ່ງພວກເຮົາຈະປຸກລະດົມຜູ້ປະກອບການບຸກບືນ ຮັກສາລາຄານີ້ໄປກ່ອນ ເຊິ່ງໃນຕໍ່ໜ້າກໍ່ຈະມີມາດຕະການເພີ່ມເຕີມ.[“]

ທ່ານກ່າວວ່າ ໃນສ່ວນ ສະຖານີມີຄວາມພ້ອມ 100%ແລ້ວ ສໍາລັບຮອງຮັບການເດີນທາງຂອງພໍ່ແມ່ປະຊາຊົນ, ຄາດວ່າຈະມີລົດມາໃຊ້ບໍລິການໃນເບື້ອງຕົ້ນ 20-30% ຂອງຖ້ຽວປົກກະຕິ(ຖ້ຽວເດີນລົດປົກກະຕິແມ່ນ 60-70 ຄັນຕໍ່ມື້) ເຊິ່ງຄາດວ່າຜູ້ໂດຍສານຈະເປັນຜູ້ທີ່ມີຄວາມຈໍາເປັນ ແລະ ເປັນຜູ້ໂດຍສານຕົກຄ້າງທີ່ຍັງບໍ່ໄດ້ກັບພູມລໍາເນົາ.

ສໍາລັບຜູ້ໂດຍສານທີ່ຈະເຂົ້າມາໃຊ້ບໍລິການ ກໍ່ສາມາດສອບຖາມລາຍລະອຽດເພີ່ມເຕີມ ແລະ ເງື່ອນໄຂການເດີນທາງ ໄດ້ທີ່ເບີ 020 77766651 . ສ່ວນເອກະສານທີ່ຜູ້ໂດຍສານຕ້ອງໄດ້ກຽມເມື່ອເຂົ້າມາໃຊ້ບໍລິການໃນສະຖານີ ສໍາຄັນທີ່ສຸດແມ່ນ ບັດສັກວັກຊີນ, ຝ້າປີດປາກ, ເຈວ ຫຼື ສະເປຂ້າເຊື້ອ ສໍາລັບບຸກຄົນທີ່ມີໄຂ້ ຂໍໃຫ້ງົດໃນການເດີນທາງເພື່ອຫຼຸດຄວາມສ່ຽງ

ສ່ວນຜູ້ໂດຍສານທີ່ຈະຂຶ້ນລົດນໍາທາງ ຕໍ່ບັນຫານີ້ກໍ່ໃຫ້ເອົາໃຈໃສ່ມາດຕະການປ້ອງກັນໂຄວິດ, ມີການໃສ່ຜ່າອັດປາກ, ເຈວລ້າງມື້, ສ່ວນລົດທີ່ໃຫ້ບໍລິການກໍ່ຕ້ອງໃຫ້ມີ ເຈວລ້າງມື, ແທກອຸນນະພູມ, ໃຫ້ມີຜ້າອັດປາກໄປນໍາ ເພື່ອກໍລະນີພໍ່ແມ່ປະຊາຊົນບໍ່ໄດ້ເອົາມານໍາ.

ທ່ານກ່າວວ່າ ພາຍຫຼັງທີ່ເຮົາກັບມາໃຫ້ບໍລິການສະຖານີຂົນສົ່ງໂດຍສານ ກໍ່ຈະເຮັດໃຫ້ພະນັກງານ – ກໍາມະກອນ ລວມທັງ ຜູ້ໃຫ້ບໍລິການປິ່ນອ້ອມສະຖານີມີວຽກເຮັດງານທໍາ 300-400 ຄົນ ສິ່ງໜຶ່ງທີ່ຂາດບໍ່ໄດ້ແມ່ນທາງສະຖານີໄດ້ມີມາດຕະການເຂັ້ມງວດໃນການສະກັດກັ້ນ ແລະ ປ້ອງກັນການລະບາດຂອງໂຄວິດ-19ເລີ່ມຈາກພະນັກງານເປັນອັນດັບຕົ້ນ.

Leave a Reply

Your email address will not be published. Required fields are marked *

Back to top button