ລາຄາເຂົ້າຈະເພີ່ມສູງຂື້ນ ໃນອີກບໍ່ດົນຂ້າງຫນ້າ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 13 ມິຖຸນາທີ່ຜ່ານມານີ້, ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ໄດ້ເປີດເຜີຍວ່າ ລາຄາອາຫານທົ່ວໂລກປັບຕົວເພີ່ມສູງຂຶ້ນໃນໄລຍະບໍ່ເທົ່າໃດເດືອນທີ່ຜ່ານມາ ແລະ ເຂົ້າ ຊຶ່ງເປັນອາຫານຫຼັກຂອງຊາວອາຊີ ອາດຈະເປັນສິນຄ້າຊະນິດຕໍ່ໄປທີ່ມີລາຄາເພີ່ມສູງຂຶ້ນ.

ລາຄາອາຫານຫຼາຍຊະນິດ ນັບຕັ້ງແຕ່ເຂົ້າສາລີ ແລະ ທັນຍາພືດອື່ນໆ ໄປຈົນເຖິງຊິ້ນ ແລະ ນ້ຳມັນ ຕ່າງກໍເພີ່ມຂຶ້ນຢ່າງຫຼວງຫຼາຍ ທີ່ເນື່ອງມາຈາກຫຼາກຫຼາຍປັດໄຈ, ຊຶ່ງລາຄາປຸ໋ຍ ແລະ ພະລັງ ງານທີ່ແພງຂຶ້ນໃນປີ 2021 ຜ່ານມາ ເນື່ອງມາຈາກສະຖານະການໂລກໃນປັດຈຸບັນ.

ການຫ້າມສົ່ງອອກອາຫານໄດ້ເກີດຂຶ້ນໃນຫຼາຍປະເທດ ຊຶ່ງລວມເຖິງອິນເດຍທີ່ຫ້າມສົ່ງອອກເຂົ້າສາລີ, ອູແກຣນຫ້າມສົ່ງອອກເຂົ້າສາລີ, ເຂົ້າໂອດ ແລະ ນ້ຳຕານ. ສ່ວນອິນໂດເນເຊຍໄດ້ຫ້າມສົ່ງອອກນໍ້າມັນປາມ.

ທັງນີ້, ເຂົ້າອາດຈະເປັນສິນຄ້າຊະນິດຕໍ່ໄປທີ່ຈະມີລາຄາເພີ່ມສູງຂຶ້ນ ໂດຍດັດຊະນີລາຄາອາຫານຂອງ FAO ໃນເດືອນພຶດສະພາຊີ້ໃຫ້ເຫັນວ່າ ລາຄາເຂົ້າທົ່ວໂລກປັບຕົວເພີ່ມຂຶ້ນເປັນເດືອນທີ 5 ຕິດຕໍ່ກັນ ແລະ ຢູ່ທີ່ລະດັບສູງທີ່ສຸດໃນຮອບ 12 ເດືອນເປັນທີ່ຮຽບຮ້ອຍ.

ຜູ້ຊ່ຽວຊານລະບຸວ່າ ເຖິງແມ່ນວ່າຜົນຜະລິດເຂົ້າຍັງຄົງອຸດົມສົມບູນ ແຕ່ລາຄາເຂົ້າສາລີທີ່ເພີ່ມສູງຂຶ້ນ ແລະ ຕົ້ນທຶນການເຮັດການກະເສດທີ່ເພີ່ມຂຶ້ນເຮັດໃຫ້ຍັງຄົງຕ້ອງສັງເກດເບິ່ງລາຄາເຂົ້າຕໍ່ໄປ.

ທ່ານນາງ ໂຊນັນ ວາມາ ຫົວໜ້ານັກເສດຖະສາດຂອງທະນາຄານໂນມູຣະຂອງຍີ່ປຸ່ນກ່າວວ່າ ພວກເຮົາຈຳເປັນຕ້ອງສັງເກດເບິ່ງລາຄາເຂົ້າຕໍ່ໄປ ເນື່ອງຈາກລາຄາເຂົ້າສາລີທີ່ເພີ່ມສູງຂຶ້ນ ອາດຈະນຳໄປສູ່ການໃຊ້ເຂົ້າທົດແທນ ເຮັດໃຫ້ຄວາມຕ້ອງການເຂົ້າເພີ່ມຂຶ້ນໃນຂະນະທີ່ມີຢູ່ໃນສະຕັອກຫຼຸດລົງ.

ເຖິງຢ່າງໃດກໍຕາມ, ທ່ານນາງ ວາມາ ຢືນຢັນວ່າ ຄວາມສ່ຽງທີ່ມີຕໍ່ລາຄາເຂົ້ານັ້ນຍັງຢູ່ໃນລະດັບຕ່ຳ

ເນື່ອງຈາກເຂົ້າທົ່ວໂລກມີພຽງພໍ ແລະ ການເກັບກ່ຽວຜົນຜະລິດເຂົ້າຈາກອິນເດຍໃນລະດູຮ້ອນນີ້ຄາດວ່າຈະໄດ້ຜົນດີ ຊຶ່ງຜົນກະທົບຈາກສະຖານະການໂລກໃນປັດຈຸບັນຊຸກຍູ້ໃຫ້ລາຄາເຂົ້າສາລີເພີ່ມສູງຂຶ້ນ ເນື່ອງຈາກທັງສອງປະເທດເປັນຜູ້ສົ່ງອອກເຂົ້າສາລີລາຍໃຫຍ່.

ນອກຈາກນີ້, ວິກິດສະຖານະການໂລກຍັງໄດ້ຂັດຂວາງການເຮັດການກະເສດ ແລະ ການສົ່ງອອກທັນຍາພືດເຮັດໃຫ້ລາຄາເຂົ້າສາລີເພີ່ມສູງຂຶ້ນຫຼາຍກວ່າ 50%.

Leave a Reply

Your email address will not be published. Required fields are marked *

Back to top button