ຊີ້ແຈງ​ເລື່ອງ​ແຮງງານ​ລາວ​ ໄປ​ເຮັດວຽກຢູ່​ເກົາຫຼີ​ ຖືກ​ນາຍ​ຈ້າງ​ທຸບ​ຕີ​

ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກມາຊີ້ແຈງ ກ່ຽວກັບ ບັນຫາແຮງງານລາວທີ່ໄປເຮັດວຽກຢູ່ ສ.ເກົາຫຼີ ຖືກນາຍຈ້າງທຸບຕີ ແລະ ບໍ່ໄດ້ຮັບເງິນເດືອນຈາກຂ່າວທີ່ສັງຄົມອອນລາຍໂພສ ໃນວັນທີ 7 ມິຖຸນາ 2022 ແລະ

ຖືກແຊໄປເປັນຈຳນວນຫຼາຍ ກ່ຽວກັບແຮງງານ ທີ່ໄປເຮັດວຽກຢູ່ ສ.ເກົາຫຼີ ຖືກນາຍຈ້າງທຸບຕີ ຈົນເກີດບາດເຈັບ ແລະ ບໍ່ໄດ້ຮັບເງິນເດືອນ, ຕໍ່ກັບປະເດັນນີ້, ກົມການຈັດຫາງານ ກໍໄດ້ມີການປະສານງານຫາໜ່ວຍງານທີ່ກ່ຽວຂ້ອງ ເພື່ອຊອກຫາຂໍ້ມູນຂອງແຮງງານທີ່ເປັນຂ່າວນັ້ນ.

ຜ່ານການສອບຖາມ ຈຶ່ງຮູ້ວ່າ ແຮງງານທີ່ສົ່ງໄປນັ້ນເປັນແຮງງານລາວຊົນເຜົ່າມົ້ງ ໂດຍການຈັດສົ່ງໄປເຮັດວຽກຢູ່ ປະເທດ ສ.ເກົາຫຼີ ຕາມລະບົບ EPS (ໄລຍະຍາວ 3-5 ປີ) ໄດ້ຮັບບາດເຈັບທີ່ມືແທ້ ຍ້ອນແຮງງານນໍາໃຊ້ອຸປະກອນປ້ອງກັນບໍ່ຄົບຖ້ວນຕາມມາດຕະຖານຄວາມປອດໄພທີ່ໄດ້ກໍານົດ ແຕ່ບໍ່ແມ່ນຖືກທຸບຕີຈາກນາຍຈ້າງ.

ຜູ້ກ່ຽວກໍໄດ້ປະສານກັບໜ່ວຍງານທີ່ກ່ຽວຂ້ອງ ເຊັ່ນ: ສູນບໍລິການຈັດຫາງານຂອງ ສ.ເກົາຫຼີ, ສະຖານລາວ ປະຈໍາຢູ່ ສ.ເກົາຫຼີ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອເຂົ້າໄປໄກ່ເກ່ຍ ຊຶ່ງປະຈຸບັນ ຜູ້ກ່ຽວຍັງຢູ່ໃນໄລຍະລໍຖ້າໃຫ້ສູນບໍລິການຈັດຫາງານຂອງ ສ.ເກົາຫຼີ ຊອກຫາວຽກໃໝ່ທີ່ເໝາະສົມໃຫ້ຜູ້ກ່ຽວ.

ເພື່ອເປັນການປ້ອງກັນບັນຫາທີ່ອາດຈະເກີດຂຶ້ນ ກັບແຮງງານໃນກໍລະນີຕ່າງໆ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈະໄດ້ປຶກສາຫາລືກັບຕົວແທນຫ້ອງການພັດທະນາຊັບພະຍາກອນມະນຸດ ສ.ເກົາຫຼີ ທີ່ປະຈໍາຢູ່ ສປປ ລາວ.ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ຕື່ມວ່າ:

ໃນໄລຍະຜ່ານມາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເອົາໃຈໃສ່ໃນການຕິດຕາມ ແລະ ຊ່ວຍເຫຼືອແຮງງານ ໂດຍມີການປະສານງານຢ່າງເປັນປົກກະຕິກັບ ຕົວແທນຫ້ອງການພັດທະນາຊັບພະຍາກອນມະນຸດ ສ.ເກົາຫຼີ ທີ່ປະຈໍາຢູ່ ສປປ ລາວ.ພ້ອມກັນນັ້ນ ໄດ້ຕັ້ງກຸ່ມວອດແອັບ

ທີ່ມີຜູ້ອອກແຮງງານ ແລະ ຄະນະຮັບຜິດຊອບຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອໃຫ້ສາມາດຕິດຕາມ ແລະ ໃຫ້ການຊ່ວຍເຫຼືອແຮງງານໄດ້ຢ່າງທັນການ.

ສໍາລັບການຈັດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ເປັນໜຶ່ງໃນນະໂຍບາຍຂອງລັດຖະບານ ເພື່ອກະຕຸກຊຸກຍູ້ເສດຖະກິດດ້ວຍການນຳເອົາເງິນຕາເຂົ້າປະເທດ, ພ້ອມທັງເປັນການສົ່ງເສີມການມີວຽກເຮັດງານທຳ ມີອາຊີບຄົງທີ່ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ,

ສິ່ງສຳຄັນ ເປັນການຍົກສູງຄວາມຮູ້ຄວາມສາມາດ ແລະ ທັກສະໃນດ້ານຕ່າງໆ ຄຽງຄູ່ກັບການສ້າງນິດໄສແບບອຸດສາຫະກໍາ, ສ້າງໃຫ້ແຮງງານລາວ ກາຍເປັນແຮງງານທີ່ມີຄຸນນະພາບ, ເປັນທີ່ຕ້ອງການຂອງຕະຫຼາດແຮງງານ ເພື່ອກັບມາພັດທະນາສ້າງສາປະເທດຊາດ.

ດັ່ງນັ້ນ ລັດຖະບານ ຈຶ່ງມີການຮ່ວມມືກັບຫຼາຍປະເທດ ເພື່ອຈັດສົ່ງແຮງງານລາວອອກໄປເຮັດວຽກຢູ່ຕ່າງປະເທດ ໂດຍພາຍໃຕ້ການຄຸ້ມຄອງດູແລຂອງລັດຖະບານ ກໍຄືກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ຊົມຄລີບ

ທີ່ມາ: ຂ່າວສານຮສສ

Leave a Reply

Your email address will not be published. Required fields are marked *

Back to top button