ຈຳປາສັກ ປັບໃຫມ 7 ປໍ້າຂາຍນໍ້າມັນເກີນລາຄາກຳນົດ

ວັນທີ​ 21 – 28 ມິຖຸນາ​ 2022,​ ຄະນະຮັບຜິດຊອບກວດກາການນໍາເຂົ້ານໍ້າມັນເຊື້ອໄຟ ແຂວງຈໍາປາສັກ​ ໄດ້ກວດພົບ ແລະ ປັບໃຫມປໍ້ານໍ້າມັນ 7 ທີ່ຂາຍເກີນລາຄາກຳນົດ, ເຈົ້າຫນ້າທີ່ໄດ້ຫນີບກົ່ວ ແລະ ໃຫ້ເສຍຄ່າປັບໃຫມ ຈິ່ງໃຫ້ເປີດໄດ້.

ເຈົ້າຫນ້າທີ່ກ່ຽວຂ້ອງ ໃຫ້ຂໍ້ມູນວ່າ : ໄດ້ເຄື່ອນໄຫວກວດກາປ້ໍານ້ໍາມັນຂາຍຍ່ອຍ ຈໍານວນ 17 ປ້ໍາ ແລະ ພົບເຫັນຜູ້ລະເມີດທີ່ຂາຍເກີນລາຄາທີ່ລັດກໍານົດ 7 ປ້ໍາ ເຊິ່ງເຈົ້າຫນ້າທີ່​ ໄດ້ສ້າງບົດບັນທືກ​,

ສຶກສາອົບຮົມ​ ແລະ​ ກ່າວເຕືອນ​ ພ້ອມທັງປັບໃໝ ແລະ ໄດ້ໜີບບກົ່ວຫົວຈ່າຍນໍ້າມັນໄວ້ ຈົນກ່ວາຜູ້ປະກອບການທີ່ລະເມີດ​ ເສຍຄ່າປັບໃໝຖືກຕ້ອງຄົບຖ້ວນ ແລະ ຕ້ອງຂາຍນໍ້າມັນ ຕາມລາຄາລັດກໍານົດໄວ້ໃນແຕ່ລະໄລຍະ ຈິ່ງສາມາດຈໍາຫນ່າຍໄດ້.​

ນອກນີ້​ ຍັງໄດ້ເຄື່ອນໄຫວກວດກາສາງເກັບມ້ຽນນໍ້າ 5 ສາງ ຂອງ​ 5 ບໍລິສັດ​ ຄື: ບໍລິສັດປີໂຕຼເທດ, ບໍລິສັດ​ເປໂຕຼຫວຽດນາມ ອອຍ ລາວ ຈໍາກັດ,​ ບໍລິສັດ ທີທີ​ ພາວເວີ​ 45,​ ບໍລິສັດ ພີທີທີ ລາວ ຈໍາກັດ(ປຕທ)​ ແລະ ບໍລິສັດນ້ໍາມັນເຊື້ອໄຟເອເຊຍ.​

ຈຸດປະສົງ ກໍເພື່ອກວດກາສາງເກັບນໍ້າມັນເຊື້ອໄຟ ພ້ອມທັງ ພົວພັນເອົາຂໍ້ມູນກ່ຽວກັບການນໍາເຂົ້າ​ -​ ສົ່ງອອກ​ ແລ​ະ​ ການຈໍາໜ່າຍນໍ້າມັນເຊື້ອໄຟໃນໄລຍະຜ່ານມາ​ ທັງພາຍໃນແຂວງ,​ ຕ່າງແຂວງ​ ແລະ​ ຈໍາໜ່າຍໃຫ້ໂຄງການຕ່າງໆ.

Leave a Reply

Your email address will not be published. Required fields are marked *

Back to top button