ປູຕິນຍອມຮັບທໍາສົງຄາມຢູເຄຼນເພາະຕ້ອງການເອົາດິນແດນຄືນ.

ປະທານາທິບໍດີ ວະລາດມີ ປູຕິນ ຂອງຣັດເຊຍອ້າງວ່າເປັນຄວາມຮັບຜິດຊອບຂອງຕົວເອງໃນການຍືດຄືນແລະເສີມກໍາລັງຢູເຄຼນ ໃນຂະນະທີ່ເຂົາເບີ່ງຄືຈະຍອມຮັບໃນທີ່ສຸດວ່າການທໍາສົງຄາມໃນຢູເຄຼນຄືການຄືນດິນແດນໃຫ້ຣັດເຊຍ

ຜູ້ນໍາຣັດເຊຍເຂົ້າຮ່ວມການປະຊຸມກັບບັນດາເຈົ້າຂອງກິດຈະການລຸ່ນໃໝ່ກ່ອນທີ່ຈະເປີດສາກການປະຊຸມສະພາເສດຖະກິດໂລກນານາຊາດເຊນປີເຕີເບິກໃນກຣຸງມອສໂກ ແລະ ໄດ້ເວົ້າປຽບທຽບຄວາມພະຍາຍາມໃນການຊະນະສົງຄາມຢູເຄຼນຂອງຕົວເອງກັບການທໍາສົງຄາມກັບສະວີເດັນຂອງປີເຕີ ກະສັດທີ່ຍິ່ງໃຫຍ່ຂອງຣັດເຊຍ

ປູຕິນກ່າວວ່າ “ປີເຕີຜູ້ທໍາສົງຄາມເໜືອ ເປັນເວລາ 21ປີ ເບີ່ງຄືກັບວ່າເຂົາຕໍ່ສູ້ກັບສະວີເດັນຍືດດິນແດນ…ເຂົາບໍ່ໄດ້ຍືດ ເຂົາເອົາມັນກັບຄືນມາ ປູຕິນຍັງເວົ້າໃນທໍານອງວ່າ ເຂົາເຊື່ອວ່າແຜ່ນດິນຢູເຄຼນຈະຖືກປະກາດວ່າເປັນຂອງຣັດເຊຍໄວໆນີ້ ແລະ ໃນທ້າຍທີ່ສຸດຈະໄດ້ຮັບການຍອມຮັບວ່າເປັນແບບນີ້ ໂດຍປຽບກັບໄຊຊະນະຂອງປີເຕີມະຫາລາດ

ນອກຈາກນີ້ ຜູ້ນໍາຣັດເຊຍຍັງກ່າວໂທດຢູເຄຼນກ່ຽວກັບສົງຄາມວ່າ “ ທຸກສິ່ງກໍາລັງເກີດຂື້ນ ໃນຢູເຄຼນຄືຝັນຮ້າຍແລະໜ້າຢ້ານກົວ ແລະ ເຮົາບໍ່ຄວນໂທດສະເພາະຢູເຄຼນເທົ່ານັ້ນແຕ່ຄວນໂທດພົນລະເມືອງທັງໝົດແລະໂທດສະຫະລັດ”

Leave a Reply

Your email address will not be published. Required fields are marked *

Back to top button